ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018

- 1213941597 - ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018
- kitchen vibe - ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018

ປັດຈຸບັນແຂວງຈໍາປາສັກ ໄດ້ກະກຽມຄວາມພ້ອມໃນແຕ່ ລະດ້ານ ແລະ ບັນດາກິດຈະກໍາ ຕ່າງໆ ເພື່ອຮັບປະກັນເຮັດໃຫ້ ການສະຫຼອງປີທ່ອງທ່ຽວລາວ 2018 ມີບັນຍາກາດ ທັງສາມາດ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາ ແຂວງ ຈໍາປາສັກ ມີຄວາມປະທັບໃຈ.

 

- Visit Laos Visit SALANA BOUTIQUE HOTEL - ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018

- 254441 300x201 - ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018

+ ລາວເປີດປີທ່ອງທ່ຽວ 2018 ແລະ ບຸນນະມັດສະການພະທາດຫຼວງວຽງຈັນ

+ ລາວເປີດປີທ່ອງທ່ຽວ 2018 ແລະ ບຸນນະມັດສະການພະທາດຫຼວງວຽງຈັນ

ທ່ານນາງ ມາລາ ຈັນທະລາມ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈໍາປາສັກຜູ້ຊີ້ ນໍາວຽກງານທ່ອງທ່ຽວໃຫ້ຮູ້ ວ່າ: ການກະກຽມຄວາມພ້ອມ ໃນການສະຫຼອງປີທ່ອງທ່ຽວ ລາວຄັ້ງນີ້ແມ່ນໄດ້ກະກຽມໃນ ຫຼາຍດ້ານ ເປັນຕົ້ນມີ ໂຮງແຮມ 66 ແຫ່ງ, ຣີສອດ 8 ແຫ່ງ, ເຮືອນພັກ 161 ແຫ່ງ, ຮ້ານອາ ຫານ 34 ແຫ່ງ; ມີແຫຼ່ງທ່ອງ ທ່ຽວທາງທໍາມະຊາດ 116 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດ ສາດ 40 ແຫ່ງ, ແຫຼ່ງທ່ອງທ່ຽວ ທາງວັດ ທະນະທໍາ 60 ແຫ່ງ; ມີ 30 ບໍລິສັດທ່ອງທ່ຽວ, ມີບຸກຄະລາກອນພຽງພໍໃນການບໍລິການ ທ່ອງທ່ຽວເຊັ່ນ: ມີພະນັກງານ ນໍາທ່ຽວລະດັບຊາດ 206 ຄົນ, ພະນັກງານນໍາທ່ຽວມໍລະດົກ 20 ຄົນ, ລະດັບແຂວງ 26 ຄົນ. ພ້ອມນີ້ກໍໄດ້ຊຸກຍູ້ພາກທຸລະກິດ ປັບປຸງຄຸນນະພາບສະຖານທີ່ ພັກ ແຮມ, ສະຖານທີ່ທ່ອງທ່ຽວ, ດ້ານການຂົນສົ່ງໂດຍສານ ພ້ອມ ທັງຂອດການບໍລິການໃຫ້ມີ ຄວາມສະດວກ, ວ່ອງໄວ, ແລະ ປະທັບໃຈ.

ໃນການຈັດປີທ່ອງທ່ຽວ ລາວ 2018 ຢູ່ແຂວງຈໍາ ປາສັກ ປະກອບມີກິດຈະກໍາຕ່າງໆຄື: ງານນະມັດສະການຜາສາດ ຫີນວັດພູ ວັນທີ 29-31 ມັງກອນ 2018 ຊຶ່ງກໍານົດເອົາງານບຸນ ນີ້ເປັນການເລີ່ມຕົ້ນສະຫຼອງປີ ທ່ອງທ່ຽວຢູ່ແຂວງຈໍາປາສັກ ຢ່າງເປັນທາງການ. ພ້ອມນີ້ກໍມີ ບຸນຊ້າງບ້ານກຽດໂງ້ງ ເມືອງປະ ທຸມພອນ, ມີຄາລາວານລົດຖີບ ໄປສະຖານທ່ີທ່ອງທ່ຽວ, ບຸນ ພະເວດ ເມືອງຊະນະສົມບູນ, ບຸນ ບັ້ງໄຟ ເມືອງໂພນທອງ, ບຸນປີ ໃໝ່ລາວ ເມືອງປາກເຊ, ງານ ເທສະການໝາກໄມ້ສົດ ເມືອງ ບາຈຽງຈະເລີນສຸກ, ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປາກເຊ.

 

- 1213941597 - ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018
(ພາບປະກອບ)

- 4 - ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!