ທະນາຄານກາງຣັດເຊຍຂຶ້ນດອກເບ້ຍ 18% ຫວັງຄວບຄຸມອັດຕາເງິນເຟີ້


ທະນາຄານກາງຣັດເຊຍ ປະກາດປັບຂຶ້ນລາຄາດອກເບ້ຍເປັນ 18% ເພື່ອເລັ່ງຄວບຄຸມອັດຕາເງິນເຟີ້ພາຍໃນປະເທດ.
ວັນທີ 27 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຣັດເຊຍປັບຂຶ້ນອັດຕາດອກເບ້ຍ ຈາກ 16% ເປັນ 18% ຖືເປັນການປັບຂຶ້ນຄັ້ງທີ 6 ໃນຮອບກວ່າ 1 ປີ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ.
ລາຄາສິນຄ້າເພີ່ມສູງຂຶ້ນຢ່າງວ່ອງໄວ ນັບແຕ່ກອງທັບຣັດເຊຍເລີ່ມປະຕິບັດການທາງທະຫານໃນອູແກຣນ ເດືອນກຸມພາ 2022 ເຊິ່ງເປັນຜົນມາຈາກການໃຊ້ຈ່າຍຈໍານວນມະຫາສານຂອງລັດຖະບານ ແລະ ຄ່າຈ້າງທີ່ເພີ່ມສູງຂຶ້ນ ສົ່ງຜົນເຮັດໃຫ້ອຸປະສົງທົ່ວກົນໄກເສດຖະກິດປັບສູງຂຶ້ນ “ອັດຕາເງິນເຟີ້ເລັ່ງຕົວຂຶ້ນ ແລະ ສູງກວ່າທະນາຄານກາງຣັດເຊຍເຄີຍຄາດຄະເນໃນເດືອນເມສາ” ຖະແຫລງການລະບຸ.
“ການເຕີບໃຫຍ່ຂອງອຸປະສົງໃນປະເທດຍັງສູງ ເກີນກວ່າຄວາມສາມາດໃນການຂະຫຍາຍຂອງອຸປະທານ ເພື່ອເຮັດໃຫ້ອັດຕາເງິນເຟີ້ເລີ່ມຫລຸດລົງອີກ ຈຶ່ງຈໍາເປັນຕ້ອງມີນະໂຍບາຍການເງິນທີ່ເຂັ້ມງວດ” ທະນາຄານລະບຸ. ນອກຈາກນັ້ນ ທະນາຄານຍັງປັບເພີ່ມຄາດຄະເນອັດຕາເງິນເຟີ້ສໍາລັບປີ 2024 ເປັນ 6.5-7%.
ປະທານາທິບໍດີ ວະລາດິເມຍ ປູຕິນ ເປີດເຜີຍວ່າ: ຣັດເຊຍກຽມໃຊ້ງົບປະມານດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງເກືອບ 9% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃນປີນີ້ ເຊິ່ງຖືເປັນຕົວເລກທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ນັບແຕ່ຍຸກສະຫະພາບໂຊວຽດ ສາເຫດທີ່ຣັດເຊຍຕ້ອງເລັ່ງຜະລິດອາວຸດເພື່ອໃຊ້ໃນການສູ້ຮົບຢູ່ອູແກຣນ.
ການໃຊ້ຈ່າຍພາກລັດທີ່ເພີ່ມສູງຂຶ້ນ ແລະ ການຂາດເຂີນແຮງງານໃນຫລາຍພາກສ່ວນ ເຮັດໃຫ້ເກີດສະພາບເງິນເຟີ້ ເຊິ່ງຣັດເຊຍບໍ່ສາມາດກໍາຈັດອອກໄປໄດ້, ງົບປະມານຂອງລັດຖະບານກາງຂອງມົດສະກູເພີ່ມສູງຂຶ້ນເກືອບ 50% ໃນໄລຍະ 3 ປີຜ່ານມາ ຈາກ 24.8 ພັນລ້ານຣູເບິລ ໃນປີ 2021 ເປັນ 36.6 ພັນລ້ານຣູເບິລ ທີ່ວາງແຜນໄວ້ໃນປີນີ້.
ເນື່ອງຈາກພາກລັດຕ້ອງໃຊ້ຈ່າຍຈໍານວນຫລາຍ ເຊິ່ງສົ່ງຜົນເຮັດໃຫ້ຕົ້ນທຶນການກູ້ຢືມສູງຂຶ້ນ ນັກວິເຄາະຈຶ່ງຢ້ານວ່າ: ການຂຶ້ນອັດຕາດອກເບ້ຍອາດບໍ່ແມ່ນເຄື່ອງມືໃນການຕໍ່ສູ້ນໍາສະພາບເງິນເຟີ້. ຂະນະທີ່ລາຄາຜູ້ບໍລິໂພກເປັນຫົວຂໍ້ທີ່ອ່ອນໄຫວຢູ່ຣັດເຊຍ ເນື່ອງຈາກປະຊາຊົນຈໍານວນຫລາຍບໍ່ມີເງິນທ້ອນ ແລະ ຍັງຈື່ຈໍາສະພາບເງິນເຟີ້ຮຸນແຮງ ແລະ ຄວາມບໍ່ໝັ້ນຄົງທາງເສດຖະກິດໃນອະດີດໄດ້ດີ.
ທັງນີ້, ລັດຖະບານມົດສະກູລະບຸວ່າ: ພວກເຂົາມີຄວາມກັງວົນກ່ຽວກັບລະດັບເງິນເຟີ້ທີ່ສູງ ແລະ ຈະມີການນໍາເອົາມາດຕະການຕ່າງໆມາໃຊ້ເພື່ອແກ້ໄຂບັນຫາ.