ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ

- kitchen vibe - ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ

- Vice pm 248x300 - ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ

ໃນໂອກາດໂອ້ລົມຕໍ່ກອງວຽກງານສາທາລະນະສຸກທົ່ວປະເທດປະຈໍາປີ 2016 ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃນວັນທີ 28 ກຸມພານີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂະແໜງສາທາລະນະສຸກທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດຂອງສະມາຊິກພັກ, ພະນັກງານຂອງບັນດາແພດໝໍໃຫ້ມີຈັນຍາທຳ, ຈັນຍາບັນໃນການບໍລິການຮັບໃຊ້ປະຊາຊົນໃຫ້ດີ, ວ່ອງໄວ, ບໍ່ເຫັນແກ່ປະໂຫຍດ ແລະ ຕ້ອງບໍລິການດ້ວຍນ້ຳໃຈແທ້ຈິງ, ໄລຍະຜ່ານມາເຫັນວ່າໄດ້ມີສຽງວິຈາກປະຊາຊົນກໍຄືສັງຄົມບໍ່ໜ້ອຍຕໍ່ຂອດບໍລິການຂອງແພດໝໍລາວຈໍານວນໜຶ່ງທີ່ຍັງບໍ່ເອົາໃຈໃສ່ເບິ່ງແຍງກວດສຸຂະ ພາບຂອງຄົນເຈັບດີເທົ່າທີ່ຄວນ, ແພດໝໍບາງຄົນການເວົ້າຈາກັບຄົນເຈັບ ຫລື ຍາດພີ່ນ້ອງຄົນເຈັບກໍ

- Visit Laos Visit SALANA BOUTIQUE HOTEL - ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ

ບໍ່ສຸພາບອ່ອນໂຍນ, ບາງຄົນເຫັນຄົນເຈັບມີຖານະທຸກຍາກກໍບໍ່ຢາກເອົາໃຈໃສ່ເບິ່ງແຍງປິ່ນປົວ, ຊຶ່ງບັນຫານີ້ຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວ. ຄຽງຄູ່ກັນນີ້ຕ້ອງປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດລວມການແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ານວຽກງານສາທາລະນະສຸກໃຫ້ທົ່ວເຖິງລົງສູ່ເຂດຫ່າງໄກສອກຫລີກ ເພື່ອເລັ່ງແກ້ໄຂບັນດາເປົ້າໝາຍສະຫັດສະວັດດ້ານການພັດທະນາໂຕທີ່ຍັງບໍ່ທັນບັນລຸ ເປັນຕົ້ນ: ດ້ານໂພສະນາການ ແລະ ເປົ້າໝາຍພັດທະນາແບບຍືນຍົງອື່ນໆ.

- 3 - ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!