ສະຫວັນນະເຂດ ຍັງພົບຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫລາຍດ້ານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ
ວັນທີ 24 ກໍລະກົດ 2024 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ການຂຸດຄົ້ນແຫລ່ງລາຍຮັບບົ່ມຊ້ອນ ຍັງບໍ່ທັນແຂງແຮງ ເກີດມີຊ່ອງວ່າງ, ການປະຕິບັດວິໄນແຜນການ-ການເງິນ ບໍ່ທັນເຄັ່ງຄັດເທົ່າທີ່ຄວນ, ການລົງຕິດຕາມຊຸກຍູ້ ກຸ່ມການຜະລິດຍັງບໍ່ທັນເລິກເຊິ່ງ, ການລົງເລິກດ້ານວິຊາການ (ການປູກ, ການລ້ຽງ) ແລະ ການເຂົ້າເຖິງຕະຫລາດຍັງຈຳກັດ ແລະ ຍັງປະປ່ອຍໃຫ້ປະຊາຊົນ ເຮັດຕາມຄວາມຊິນເຄີຍ, ການນໍາພາຈັດຕັ້ງການຜະລິດ ໃນຫລາຍຮູບແບບບໍ່ທັນເປັນລະບົບ, ປະຊາຊົນຜະລິດເອງຕາມຄ່ານິຍົມ. ການແກ້ໄຂສະພາບປະກົດການຫຍໍ້ທໍ້ລຽບຕາມຊາຍແດນ ຍັງບໍ່ທັນໄດ້ດີ, ການແກ້ໄຂປະກົດການຫຍໍ້ທໍ້ ໃນກົມກອງກໍຄືໃນສັງຄົມ ມີບາງບັນຫາບໍ່ທັນເປັນເອກະພາບ, ການແກ້ໄຂຊັກຊ້າແກ່ຍາວ ເຮັດໃຫ້ປະກົດການຫຍໍ້ທໍ້ບາງດ້ານ ຍັງບໍ່ໄດ້ຮັບການແກ້ໄຂ ໂດຍສະເພາະ ບັນຫາຂີ້ລັກງັດແງະ, ບັນຫາການມົ້ວສຸມສິ່ງເສບຕິດ ແລະ ບັນຫາອຸບັດເຫດ; ການຈັດຕັ້ງປະຕິບັດງົບປະມານຂອງລັດ ສໍາລັບໂຄງການລົງທຶນ ຂອງແຂວງສະໜອງໃສ່ໃນການພັດທະນາ ໂຄງລ່າງມີຈຳກັດ, ໜີ້ສິນຄຸມເຄືອແກ່ຍາວ ບາງໂຄງການຄ້າງຊຳລະມາເກືອບ 20 ປີ, ບາງໂຄງການເຊັນສັນຍາແລ້ວແຕ່ 10 ກວ່າປີ ແຕ່ບໍ່ລົງມືເຮັດ ແລະ ໃນເມື່ອກ່ອນແມ່ນປະຕິບັດໂດຍອີງຕາມກົດໝາຍ ການລົງທຶນສະບັບເກົ່າ, ເຊິ່ງແຂວງສາມາດພິຈາລະນາໂຄງການມູນຄ່າ 5 ຕື້ກີບລົງມາ ຈຶ່ງເຮັດໃຫ້ການສະເໜີເຂົ້າແຜນ ແມ່ນບໍ່ໝົດຕາມສັນຍາ, ສ່ວນສູງກວ່ານັ້ນ ແມ່ນສູນກາງເປັນຜູ້ຄຸ້ມຄອງ ໃນປັດຈຸບັນການຈັດຕັ້ງປະຕິບັດແມ່ນຍັງບໍ່ສໍາເລັດ.
ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ແຂວງສະຫວັນນະເຂດ ມີຫລາຍບໍລິສັດເຂົ້າມາສໍາປະທານເນື້ອທີ່ດິນ, ເຊົ່າທີ່ດິນລັດ, ແຮ່ທາດຕ່າງໆ ແຕ່ບໍ່ມີການພັດທະນາ, ເປັນການຈັບຈອງດິນມາຫລາຍສິບປີ, ເຊິ່ງເປັນສິ່ງທ່ວງດຶງໃນການພັດທະນາແຂວງ; ຄາດໝາຍຂອງວຽກງານສຶກສາທິການ ມີຄວາມທ້າທາຍ 9 ຄາດໝາຍ ວ່າຈະບໍ່ບັນລຸໄດ້ ເນື່ອງຈາກມີຫລາຍປັດໄຈກະທົບໃສ່ ເປັນຕົ້ນ ມີການສູນເສຍຄູໃນຮູບການຕ່າງໆ ຫລາຍກວ່າຈໍານວນທີ່ເຂົ້າມາທົດແທນ ແລະ ຄູອາສາສະໝັກຢຸດການສິດສອນ ດ້ວຍຫລາຍສາເຫດ ພາໃຫ້ເກີດການຂາດຄູສອນ ເປັນຈໍານວນຫລວງຫລາຍ, ຄວາມບໍ່ສະເໝີພາບໃນການແຈກຢາຍຄູ, ໂຮງຮຽນບໍ່ໄດ້ມາດຖານ, ມີບາງເຂດໂຮງຮຽນຢູ່ໄກບ້ານ ເຮັດໃຫ້ການໄປຮຽນມີຄວາມຫຍຸ້ງຍາກ, ນັກຮຽນຍ້າຍຖິ່ນຖານຕາມພໍ່ແມ່ຜູ້ປົກຄອງ ເພື່ອເຮັດການຜະລິດ, ຄ່ານິຍົມ ແລະ ຄວາມເຊື່ອໝັ້ນຂອງພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຕໍ່ກັບການສຶກສາຫລຸດລົງ, ປະກົດການຫຍໍ້ທໍ້ໃນສັງຄົມຄື: ຢາເສບຕິດ, ສິ່ງມຶນເມົາ, ຄວາມກັງວົນເມື່ອຮຽນຈົບວິຊາຊີບແລ້ວ ບໍ່ມີວຽກເຮັດງານທໍາ, ເຮັດໃຫ້ນັກຮຽນສາຍສາມັນບໍ່ຢາກຮຽນຕໍ່ ຈໍາເປັນຕ້ອງປະລະ ໄປປະກອບອາຊີບຊ່ວຍເຫລືອຄອບຄົວ, ຄວາມຕັດສິນໃຈຂອງຜູ້ປົກຄອງ, ການມີສ່ວນຮ່ວມຂອງສັງຄົມ ຍັງບໍ່ທັນເລິກເຊິ່ງ ແລະ ບໍ່ໃຫ້ຄວາມສໍາຄັນຂອງການສຶກສາ ເທົ່າທີ່ຄວນ.
ສຳລັບຄາດໝາຍຂອງວຽກງານ ສາທາລະນະສຸກ ມີ 6 ຄາດໝາຍ ຄາດວ່າຈະບໍ່ບັນລຸ ເປັນຕົ້ນ ອັດຕາສ່ວນການຕາຍຂອງແມ່; ອັດຕາການເກີດມີແພດຊ່ວຍ; ການສັກຢາກັນພະຍາດໃນເດັກອາຍຸ ຕໍ່າກວ່າ 1 ປີ; ການຊົມໃຊ້ນໍ້າສະອາດ; ການຊົມໃຊ້ວິດຖ່າຍ; ການສ້າງບ້ານສາທາລະນະສຸກແບບຢ່າງ; ການໝູນວຽນເຄື່ອນຍ້າຍຂອງປະຊາຊົນ ໄປເຮັດວຽກຢູ່ບ່ອນອື່ນຈໍານວນໜຶ່ງ ຈຶ່ງເຮັດໃຫ້ເຂົາເຈົ້າ ບໍ່ສາມາດເຂົ້າເຖິງການໂຄສະນາ ໃຫ້ຂໍ້ມູນຄວາມຮູ້ຄວາມເຂົ້າໃຈດ້ານສາທາລະນະສຸກ, ເຊິ່ງພາໃຫ້ຂາດຄວາມເອົາໃຈໃສ່ ແລະ ຄວາມຕື່ນຕົວເຂົ້າຮ່ວມ. ສ່ວນການພັດທະນາ ຕະຫລາດແຮງງານຍັງຈຳກັດ ເຮັດໃຫ້ແຮງງານຈໍານວນຫລວງຫລາຍຫລັ່ງໄຫລ ໄປອອກແຮງງານຢູ່ປະເທດໃກ້ຄຽງ, ຄຸ້ມຄອງບໍ່ໄດ້ອົງການປົກຄອງແຕ່ລະຂັ້ນ ຍັງບໍ່ໄດ້ສຸມໃສ່ການຄຸ້ມຄອງ ເນື່ອງຈາກລະດັບຄອບຄົວ, ບ້ານ ແລະ ເມືອງ ຍັງມີຄວາມທຸກຍາກກວມເປີເຊັນສູງ, ຍັງມີ 6 ເມືອງບໍ່ທັນພົ້ນທຸກ, ຍັງມີບ້ານທຸກຍາກ 323 ບ້ານ ປະມານ 41,000 ກວ່າຄອບຄົວຍັງທຸກຍາກ, ຈຶ່ງເຮັດໃຫ້ການແກ້ໄຂຄວາມທຸກຍາກ ແມ່ນຫຍຸ້ງຍາກຫລາຍ, ຂາດຫລາຍປັດໄຈໃນການແກ້ໄຂໄລຍະສະເພາະໜ້າ ຕ້ອງໃຊ້ເວລາຕື່ມອີກໄລຍະໜຶ່ງ.