3 ບັນຫາທີ່ເຄັ່ງຮ້ອນ ແລະ ສຳຄັນທີ່ນະຄອນຫຼວງວຽງຈັນ ຈະເລັ່ງແກ້ໄຂໃຫ້ໄວ


ໂດຍ: ຜາຕຸງ
ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ຫຼື ຂອງສະພາປະຊາຊົນນະຄອນຫຼວງ ເຊິ່ງລ້ວນແລ້ວແຕ່ເປັນກອງປະຊຸມຮັບຟັງ, ຄົ້ນຄິດພິຈາລະນາ ແລະ ຮັບຮອງເອົາບັນຫາ ສຳຄັນຂອງຊາດ ຂອງແຂວງ ທີ່ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ຮັ່ງມີເຂັ້ມແຂງ, ປັບປຸງຊີວິດຄວາມເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ,ຊຶ່ງບັນຫາທັງໝົດນັ້ນແມ່ນ ສະມາຊິກສະພາໃນຖານະທີ່ເປັນຕົວແທນຂອງປະຊາຊົນໄດ້ນຳສະເໜີ ເພື່ອໃຫ່ທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນແກ້ໄຂ,
ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ເມື່ອວັນທີ 10 ກໍລະກົດ 2024 ສາມບັນຫາທີ່ເຄັ່ງຮ້ອນ ແລະ ສຳຄັນ ທີ່ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ນຳສະເໜີ ໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂລວມມີ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ບັນຫາໄພເງິນເຟີ້ກໍຄືເງິນກີບອ່ອນຄ່າ, ການແກ້ໄຂບັນຫານ້ຳຖ້ວມຂັງ, ແກ້ໄຂຮ່ອງລະບາຍນ້ຳທີ່ອຸດຕັນ, ການປຸກສ້າງກວມເຂດສະຫງວນທາງ ແລະ ບັນຫາຂີ້ເຫຍື້ອ ຊຶ່ງພວມກາຍເປັນບັນຫາ ທີ່ເຄັ່ງຮ້ອນ ແລະ ກຳລັງສົ່ງຜົນກະທົບ ຕໍ່ປະຊາຊົນຊາວນະຄອນຫຼວງວຽງຈັນໃນປະຈຸບັນເພື່ອພ້ອມກັນແກ້ໄຂໃຫ້ໄດ້ຮັບຜົນດີຂຶ້ນ.
ເວົ້າເລື່ອງ ບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ບັນຫາໄພເງິນເຟີ້ກໍຄືເງິນກີບອ່ອນຄ່າ ແລະ ບັນຫານໍ້າຖ້ວມຂັງ ເຊິ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ຖືເປັນບັນຫາໃຫຍ່ ທີ່ສົມຄວນໄດ້ຮັບການແກ້ໄຂໂດຍໄວ ແລະ ນອກນີ້ຍັງມີບັນຫາອື່ນໆອີກເຊັ່ນ: ການຖົມດິນຊະຊາຍ, ການແກ່ດິນ, ຫີນ, ຊາຍ ແລະອື່ນໆ ບໍ່ມີສິ່ງປົກປິດ, ຢຽບດິນເປື້ອນເປິ ໃສ່ເສັ້ນທາງໃຫຍ່, ການບັນທຸກນ້ຳໜັກເກີນຂອບເຂດ ເຮັດໃຫ້ເສັ້ນທາງເປ່ເພເສຍຫາຍຢ່າງຫລວງຫລາຍ, ລວມທັງບັນຫາຂີ້ເຫຍື້ອເປັນຕົ້ນ ຄວາມຮັບຜິດຊອບຂອງບໍລິສັດທີ່ເຮັດສັນຍາຮັບເໝົາເກັບມ້ຽນຂີ້ເຫຍື້ອ ຢາກໃຫ້ມີຄວາມຮັບຜິດຊອບສູງ ເພາະວ່າ ການເກັບຂີ້ເຫຍື້ອບໍ່ຖືກມື້ນັດໝາຍ ບາງບ່ອນແກ່ຍາວບໍ່ເອົາຂີ້ເຫຍື້ອເປັນອາທິດ, ບາງຄັ້ງການມາເກັບບໍ່ໝົດ ເຮັດໃຫ້ເກີດບັນຫາຕ່າງໆຕາມມາ ເຊັ່ນ ບັນຫາກິ່ນເໝັນສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ, ສ້າງຄວາມເປື້ອນເປິ, ຂີ້ເຫຍື້ອອັ່ງອໍຢູ່ຫຼາຍຈຸດຫຼາຍບ່ອນ ໃນພື້ນທີ່ນະຄອນຫລວງວຽງຈັນ, ຈົນກາຍເປັນ ສາເຫດເຮັດໃຫ້ບຸກຄົນນຳເອົາຂີ້ເຫຍື້ອດັ່ງກ່າວໄປຖິ້ມຊະຊາຍ ສ້າງຄວາມບໍ່ສະອາດຈົບງາມຕໍ່ບ້ານເມືອງ.
ທັງໝົດນີ້ ແມ່ນບັນຫາເຄັ່ງຮ້ອນທີ່ປະຊາຊົນຊາວນະຄອນຫຼວງວຽງຈັນພົບພໍ້ເປັນປະຈຳ ແລະ ບໍ່ສາມາດຫຼີກລ່ຽງ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສຸຂະພາບຂອງປະຊາຊົນຊາວ ນະ ຄອນຫຼວງວຽງຈັນໃນປັດຈຸບັນ ທີ່ມັນພວມຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ໂດຍສະເພາະ ແມ່ນ ພະແນກໂຍທິການຂົນສົ່ງ, ກອງຄຸ້ມຄອງບໍລິການຕົວເມືອງ ນະຄອນຫລວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງຕ່າງໆ ມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ທັນກັບສະພາບການ.
ນະຄອນຫຼວງວຽງຈັນ ເປັນເມືອງເອກ ຫຼື ເມືອງຫຼວງຂອງປະເທດ ເປັນບ່ອນລວມສູນທາງດ້ານການຄ້າການລົງທຶນ ດ້ານວັດທະນະທຳອາລິຍະທຳ ດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ດ້ານການທ່ອງທ່ຽວ ຍິ່ງປະຈຸບັນພວມເປັນເຈົ້າພາບໃນການດຳເນີນກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຈົ່ງຢ່າໃຫ້ແຂກຕ່າງບ້ານຕ່າງເມືອງມາເຫັນສິ່ງບໍ່ຈົບບໍ່ງາມເຫຼົ່ານັ້ນ, ພວກເຮົາ ໂດຍສະເພາະແມ່ນພາກສ່ວນກ່ຽວຂ້ອງໂດຍກົງ ຈົ່ງເລັ່ງຄວາມຂະຫຍັນຂັນແຂງ ປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງຂຶ້ນຕື່ມອີກ ເຮັດໃຫ້ທຸກສິ່ງທຸກຢ່າງເປັນໄປຕາມ ຄຳຂວັນ 6ສ ທີ່ນະຄອນຫຼວງວຽງຈັນວາງໄວ້ໃຫ້ປະກົດຜົນເປັນຈິງ.