ຍົນຕົກຢູ່ເນປານ ມີຜູ້ເສຍຊີວິດ 18 ຄົນ ຄົນຂັບລອດຊີວິດຜູ້ດຽວ


ເຮືອບິນໂດຍສານຂະໜາດນ້ອຍລໍາໜຶ່ງຕົກລະຫວ່າງບິນຂຶ້ນຈາກສະໜາມບິນຢູ່ນະຄອນຫລວງກາມານທຸຂອງເນປານ ມີຜູ້ເສຍຊີວິດ 18 ຄົນ ແລະ ມີຄົນຂັບເປັນຜູ້ລອດຊີວິດພຽງຄົນດຽວ.
ວັນທີ 24 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເຮືອບິນໂດຍສານຂອງສາຍການບິນເຊົາຢາ ແອຣລາຍ (Saurya Airlines) ປະສົບອຸປະຕິເຫດຕົກລະຫວ່າງບິນຂຶ້ນຈາກສະໜາມບິນສາກົນຕຣິພູວັນ ໃນນະຄອນຫລວງກາມານທຸ ເພື່ອໄປເມືອງໂປຂະ ສົ່ງຜົນເຮັດໃຫ້ເກີດໄຟໄໝ້ໝົດລໍາ.
ເມື່ອເຈົ້າໜ້າທີ່ຄວບຄຸມໄຟໄດ້ ຢືນຢັນຜູ້ເສຍຊີວິດທັງໝົດ 18 ຄົນ ເປັນຊາວເນປານ 17 ຄົນ ແລະ ຊາວຕ່າງປະເທດ 1 ຄົນ, ສ່ວນຄົນຂັບຄືຜູ້ລອດຊີວິດພຽງຄົນດຽວຈາກເຫດການຄັ້ງນີ້ ແລະ ກໍາລັງເຂົ້າຮັບການປິ່ນປົວຢູ່ໂຮງໝໍ.
ເບື້ອງຕົ້ນຍັງບໍ່ມີການເປີດເຜີຍວ່າ: ເຮືອບິນລໍາທີ່ເກີດອຸປະຕິເຫດເປັນລຸ້ນໃດ, ແຕ່ຂໍ້ມູນຈາກກະຊວງຄົມມະນາຄົມເນປານລະບຸວ່າ: ເຊົາຢາ ແອຣລາຍ ເປັນສາຍການບິນພາຍໃນປະເທດ ມັກໃຊ້ເຮືອບິນໂດຍສານ ບອມບາເດຍ ຊີອາຣເຈ 200 ແລະ ລາຍງານບາງສໍານັກລະບຸວ່າ: ຖ້ຽວບິນດັ່ງກ່າວເປັນຖ້ຽວບິນທົດລອງ ເນື່ອງຈາກມີຈຸບິນ 2 ຄົນ ແລະ ຜູ້ໂດຍສານ 17 ຄົນ ເປັນພະນັກງານຂອງສາຍການບິນ.
ອຸດສາຫະກໍາການບິນຂອງເນປານເຕີບໃຫຍ່ຢ່າງວ່ອງໄວໃນທົດສະຫວັດຜ່ານມາ ເນື່ອງຈາກເປັນປະເທດທີ່ເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວເພີ່ມຂຶ້ນ ໂດຍສະເພາະການປີນພູ ແລະ ການຍ່າງປ່າ, ແຕ່ມາດຕະຖານຂອງການຮັກສາຄວາມປອດໄພດ້ານການບິນຂອງເນປານຍັງຢູ່ໃນລະດັບຕໍ່າ.
ທັງນີ້, ເຫດການຕົກຂອງເຮືອບິນການຄ້າຄັ້ງໃຫຍ່ກ່ອນໜ້ານີ້ຂອງເນປານ ຄືເຮືອບິນໂດຍສານ ເອທີອາຣ 72 ຂອງເຢຕິ ແອຣລາຍ ຕົກ ໃນເດືອນມັງກອນ 2023 ຂ້າຊີວິດຜູ້ໂດຍສານ ແລະ ຈຸບິນທັງໝົດ 72 ຄົນ.