ແຂວງເຊກອງ ມີໂຄງການສໍາຫລວດ, ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າ 50 ກວ່າໂຄງການ


ຂ່າວແຂວງເຊກອງລາຍງານວັນທີ 7 ກໍລະກົດ 2024 ຜ່ານມານີ້ວ່າ: ປັດຈຸບັນ, ທົ່ວແຂວງເຊກອງ ມີໂຄງການທີ່ແຂວງ ແລະ ສູນກາງອະນຸຍາດການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າທັງໝົດ 52 ໂຄງການ ໃນນີ້, ໂຄງການຢູ່ໃນຂັ້ນຕອນບັນທຶກຄວາມເຂົ້າໃຈ (MOU) 23 ໂຄງການ, ຢູ່ໃນຂັ້ນຕອນສັນຍາພັດທະນາໂຄງການ (PDA) 18 ໂຄງການ ແລະ ໂຄງການຢູ່ໃນຂັ້ນຕອນສັນຍາສໍາປະທານໂຄງການ (CA) 11 ໂຄງການ ພ້ອມກັນນັ້ນ, ຍັງມີໂຄງການທີ່ດໍາເນີນການກໍ່ສ້າງ 3 ໂຄງການ ຄື: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ, ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລະແງ ແລະ ໂຄງການກໍ່ສ້າງໄຟຟ້າພະລັງງານລົມ.
ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ລາຍງານໃຫ້ຮູ້ຕື່ມວ່າ: ທົ່ວແຂວງມີແຫລ່ງຜະລິດພະລັງງານໄຟຟ້າ ທີ່ດໍາເນີນການຜະລິດແລ້ວທັງໝົດ 3 ແຫ່ງ ມີກໍາລັງຕິດຕັ້ງທັງໝົດ 353 ເມກາວັດ ໃນ 6 ເດືອນຕົ້ນປີ 2024 ສາມາດຜະລິດໄຟໄດ້ 545,07 ລ້ານກິໂລວັດໂມງ ໃນນີ້, ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ມີກໍາລັງຕິດຕັ້ງ 88 ເມກາວັດ ສາມາດຜະລິດໄຟໄດ້ 138,78 ລ້ານກິໂລວັດໂມງ; ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ມີກໍາລັງຕິດຕັ້ງ 15 ເມກາວັດ ສາມາດຜະລິດໄຟໄດ້ 12,08 ລ້ານກິໂລວັດໂມງ ແລະ ເຂື່ອນໄຟຟ້າເຊກະໝານ 3 ມີກໍາລັງຕິດຕັ້ງ 250 ເມກາວັດ ສາມາດຜະລິດໄຟໄດ້ 335,23 ລ້ານກິໂລວັດໂມງ, ຊຶ່ງພະລັງງານທີ່ຜະລິດໄດ້ແມ່ນນໍາໃຊ້ພາຍໃນ ແລະ ສົ່ງອອກໃຫ້ປະເທດ ສສ ຫວຽດນາມ.
ສຳລັບຕາຂ່າຍໄຟຟ້າ 22 ກິໂລໂວນ ມີຄວາມຍາວ 1.026 ກິໂລແມັດ/ວົງຈອນ ທຽບໃສ່ປີ 2023 ເພີ່ມຂຶ້ນ 4,37 ກິໂລແມັດ, ຕາຂ່າຍໄຟຟ້າ 22,7 ກິໂລໂວນ 29,91 ກິໂລແມັດ/ວົງຈອນ ເພີ່ມຂຶ້ນ 0,005 ກິໂລແມັດ, ຕາຂ່າຍໄຟຟ້າ 0,4 ກິໂລໂວນ 435,70 ກິໂລແມັດ/ວົງຈອນ ເພີ່ມຂຶ້ນ 1,33 ກິໂລແມັດ ແລະ ຕາຂ່າຍໄຟຟ້າ 0,23 ກິໂລໂວນ 1,65 ກິໂລແມັດ/ວົງຈອນ ພ້ອມນີ້ ຍັງມີໝໍ້ແປງ 641 ໜ່ວຍ ເພີ່ມຂຶ້ນ 14 ໜ່ວຍ, ມີບ້ານ ແລະ ຫລັງຄາເຮືອນທີ່ໄດ້ຊົມໃຊ້ໄຟຟ້າໃນລະບົບ 164 ບ້ານ ກວມເອົາ 80,87% ແລະ 19.866 ຫລັງຄາເຮືອນ ກວມເອົາ 89,03% ຂອງຫລັງຄາເຮືອນທັງໝົດ.
ໃນ 6 ເດືອນທ້າຍປີ 2024 ແຂວງເຊກອງ ຈະສືບຕໍ່ປະຕິບັດທິດທາງແຜນການ, ວຽກຈຸດສຸມ ແລະ ຄາດໝາຍລວມແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ໃຫ້ບັນລຸຕາມແຜນການທີ່ວາງໄວ້; ສົ່ງເສີມອຸດສາຫະກໍາປຸງແຕ່ງທີ່ມີທ່າແຮງ, ຄຸ້ມຄອງການລົງທຶນໃຫ້ມີປະສິດທິຜົນ, ຊຸກຍູ້ບໍລິສັດທີ່ມາເຄື່ອນໄຫວກໍ່ສ້າງໂຄງການຕາຂ່າຍໄຟຟ້າໃຫ້ສໍາເລັດ, ສືບຕໍ່ລົງສໍາຫລວດ ແລະ ຂະຫຍາຍຕາຂ່າຍໄຟຟ້າເຂົ້າບ້ານ ແລະ ເຮືອນຂອງປະຊາຊົນ ທີ່ຍັງບໍ່ທັນມີໄຟຟ້າຊົມໃຊ້ ໃຫ້ບັນລຸໄດ້ຕາມແຜນການ.
ໃນ 6 ເດືອນຕົ້ນປີ 2024 ແຂວງເຊກອງ ສາມາດລະດົມແຫຼ່ງທຶນພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 1,548.3 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 126,59%. ໃນນີ້, ການລົງທຶນຈາກງົບປະມານລັດ 96,30 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 131,23%; ທຶນຊ່ວຍເຫຼືອລ້າ-ກູ້ຢືມ 88 ຕື້ກີບ ເທົ່າກັບ 59,55% ແລະ ການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ 1,364 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 135,99%.
ໃນປີ 2024 ມີໂຄງການລົງທຶນຂອງລັດ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງທັງໝົດ 240 ໂຄງການ ມູນຄ່າລວມ 5,680.26 ຕື້ກີບ ແລະ ສະເພາະເພດານທີ່ໄດ້ຮັບ (ອະນຸມັດຕົວຈິງໃນປີ 2024) ມູນຄ່າ 96,30 ຕື້ກີບ. ໃນນີ້, ບ້ວງທຶນປົກກະຕິ (ໂຄງການທີ່ມີມູນຄ່າ 20 ຕື້ກີບຂຶ້ນໄປ) 29 ໂຄງການ ມູນຄ່າອະນຸມັດ 69,84 ຕື້ກີບ ແລະ (ໂຄງການທີ່ມີມູນຄ່າ 20 ຕື້ກີບລົງມາ) 125 ໂຄງການ ມູນຄ່າອະນຸມັດ 8,15 ຕື້ກີບ; ບ້ວງທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 10 ໂຄງການ ມູນຄ່າໃນປີ 2,3 ຕື້ກີບ; ບ້ວງທຶນຈັດສັນພູມລໍາເນົາ 4 ໂຄງການ ມູນຄ່າໃນປີ 1,1 ຕື້ກີບ ແລະ ບ້ວງທຶນຟື້ນຟູໄພພິບັດ 72 ໂຄງການ ມູນຄ່າໃນປີ 14,9 ຕື້ກີບ. ຂະນະທີ່ໂຄງການແກ້ໄຂສຸກເສີນມາຮອດປີ 2024 ມີໂຄງການແກ້ໄຂສຸກເສີນທີ່ປະຕິບັດຜ່ານມາແລ້ວ 46 ໂຄງການ ມູນຄ່າ 104,6 ຕື້ກີບ ເຊິ່ງໄດ້ຊໍາລະແລ້ວ 29,15 ຕື້ກີບ. ພ້ອມນີ້, ຍັງມີການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມູນຄ່າ 62 ລ້ານໂດລາ ຫຼື ເທົ່າກັບ 1,364 ຕື້ກີບ ປະຕິບັດໄດ້ລື່ນແຜນ 80%.
ຢ່າງໃດກໍຕາມ, ທຸກໆໂຄງການທີ່ແຂວງໄດ້ຮັບອະນຸມັດ ບໍ່ວ່າຈະເປັນໂຄງການລົງທຶນຂອງພາກລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ສຸມໃສ່ວຽກງານການພັດທະນາພື້ນຖານໂຄງລ່າງ ທີ່ຫວັງຈະອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງສິນຄ້າ, ການຄ້າ, ການລົງທຶນ ແລະ ການບໍລິການດ້ານຕ່າງໆ ເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງມີການພັດທະນາຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ຍັງມີໂຄງການທຶນຊ່ວຍເຫຼືອເພື່ອການພັດທະນາທີ່ສຸມໃສ່ທາງດ້ານວັດທະນະທຳສັງ¬ຄົມ ເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ.