ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ

ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ - 1454 - ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ
ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ - kitchen vibe - ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ

ວັນທີ 17 ກໍລະກົດ 2024, ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ສຶກສາອົບຮົມກຸ່ມແກ້ງໄວໜຸ່ມກໍ່ເຫດອາລະວາດຕີກັນ ຢູ່ເດີ່ນໜ້າປ່າຊ້າຈີນ, ບ້ານໂພໄຊ, ເມືອງຊໍາເໜືອ , ເມື່ອວັນທີ 25 ເມສາ ຜ່ານມາ. ເຊິ່ງເຈົ້າໜ້າທີ່ໄດ້ເຫັນຄລິບວິດີໂອເຫດການເຜີຍແຜ່ອອກໃນສື່ສັງຄົມອອນລາຍ ແລະ ພາຍຫລັງໄດ້ເຫັນວີດີໂອດັ່ງກ່າວ ເຈົ້າໜ້າທີ່ຈຶ່ຶງປະສານສົມທົບພາກສ່ວນກ່ຽວຂ້ອງລົງເກັບກຳຂໍ້ມູນ ເຫັນວ່າມີມູນຄວາມຈິງແທ້, ຈຶ່ງໄດ້ນຳຕົວພວກກ່ຽວ ມາດຳເນີນການສືບສວນ-ສອບສວນຕາມຂັ້ນຕອນກົດໝາຍ.

ຜ່ານການສືບສວນໄດ້ຮູ້ວ່າ: ກຸ່ມແກ້ງດັ່ງກ່າວເປັນນັກຮຽນຊັ້ນມັດທະຍົມຕອນປາຍ ອາຍຸ 17 ປີ 4 ຄົນ ແລະ 18 ປີ 1 ຄົນ, ໃນນັ້ນ ຢູ່ບ້ານນາລິວ 2 ຄົນ, ບ້ານນາວຽງ, ບ້ານໂພໄຊ ແລະ ບ້ານນາໜອງບົວ ບ້ານລະ 1 ຄົນ, ທັງໝົດ 5 ຄົນແມ່ນຢູ່ເມືອງຊຳເໜືອ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມ, ເຮັດບົດບັນທຶກ ແລະ ສົ່ງຄືນໃຫ້ຜູ້ປົກຄອງເພື່ອສຶກສາອົບຮົມຕໍ່ໄປ, ແຕ່ຖ້າຫາກມີການກະທຳຜິດອີກຈະໄດ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ. ຕໍ່ເຫດການທີ່ເກີດຂຶ້ນ ພວກກ່ຽວໄດ້ປະຕິຍານຕົນວ່າ: ຈະບໍ່ເຂົ້າຮ່ວມກຸ່ມແກ້ງຕີກັນອີກ, ຖ້າຫາກມີການກະທຳຜິດອີກ ແມ່ນໃຫ້ດຳເນີນຄະດີຕາມລະບຽບກົດໝາຍ.

ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ - Visit Laos Visit SALANA BOUTIQUE HOTEL - ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ
ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ - 5 - ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ
ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ - 3 - ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ
ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ - 4 - ປກສ ແຂວງຫົວພັນ ສຶກສາອົບຮົມກຸ່ມໄວໜຸ່ມ 5 ຄົນ ທີ່ກໍ່ເຫດອາລະວາດຕີກັນ