ທີມແພດໝໍແຂວງຊຽງຂວາງ ຊ່ວຍເອົາທັກແທ່ອອກຈາກຮູຄໍໄດ້ສໍາເລັດປອດໄພ
July 18, 2024 - 11:38 AM


ວັນທີ 17 ກໍລະກົດ 2024, ທ່ານໝໍ Phetdavanh Pannavong ໄດ້ເຜີຍແຜ່ພາບຜ່ານເຟສບຸກສ່ວນຕົວວ່າ: ມີພໍ່ຕູ້ອາຍຸ 66 ປີ ໄດ້ເຂົ້າມາໂຮງໝໍແຂວງ ແລ້ວເລົ່າອາການຂອງຕົນເອງໃຫ້ທີມແພດຟັງວ່າ ມີອາການສຽງແຫບ, ດຽມຄໍ ແລະ ໄອອອກເລືອດເປັນເວລາເກືອບ 1 ເດືອນແລ້ວ ເນື່ອງຈາກໄດ້ດື່ມນ້ຳໃນລຳຫ້ວຍ.
ທີມງານຫ້ອງສ່ອງກະເພາະ-ວາງຢາສະຫລົບ-ຫູດັງຄໍ ໄດ້ກວດສ່ອງພົບເຫັນທັກແທ່ຢູ່ໃນຮູຄໍຂອງຜູ້ກ່ຽວ, ຫລັງຈາກນັ້ນທີມແພດໝໍຈຶ່ງຮີບຮ້ອນຊ່ວຍເອົາໂຕທັກແທ່ອອກດ້ວຍວິທີການໃຊ້ກ້ອງສ່ອງທີ່ທັນສະໄໝ ຄີບອອກໄດ້ສໍາເລັດປອດໄພ.