ພົບຊາກສົບເດັກນ້ອຍແຮກເກີດ ຖືກຖິ້ມຢູ່ແຄມປ່າ
July 18, 2024 - 10:16 AM


ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ລາຍງານວ່າ: ວັນທີ 14 ກໍລະກົດ 2024 ນີ້ ໄດ້ຮັບແຈ້ງ ຂໍຄວາມຊ່ວຍເຫຼືອ ວ່າມີຄົນພົບເຫັນ ເດັກແຮກເກີດ ຖືກຖິ້ມເສຍຊີວິດຢູ່ແຄມປ່າ; ຈາກການລົງກວດກາຕົວຈິງພົບເດັກນ້ອຍເກີດໃໝ່ ເພດຊາຍ 01ຄົນ ຖືກຫໍ່ດ້ວຍຜ້າອ້ອມ ຖິ້ມໄວ້ແຄມປ່າຈົນເສຍຊີວິດ, ຄາດວ່າຖືກຖິ້ມ ແລະ ເສຍຊີວິດໄດ້ຫຼາຍວັນແລ້ວ.
ດັ່ງນັ້ນ, ໜ່ວຍກູ້ໄພສຸກເສີນ ອົງການກາແດງແຂວງອຸດົມໄຊ ສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈຶ່ງໄດ້ທຳການຫໍ່ສົບ ແລ້ວນໍາໄປຝັງ ທີ່ປ່າຊ້າຫຼັກ 6 ແຂວງອຸດົມໄຊ.
ພາບ: ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ