ຮອງເຈົ້າແຂວງໆສະຫວັນນະເຂດ ເນັ້ນໃຫ້ເອົາໃຈໃສ່ຍົກສູງວຽກງານພັດທະນາຊັບພະຍາກອນດີຂຶ້ນກວ່າເກົ່າ
July 15, 2024 - 4:20 PM


ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານພັດທະນາຊັບພະຍາກອນມະນຸດຂັ້ນແຂວງ ປະຈໍາປີ 2023 ແລະ ວາງແຜນການປະຈໍາປີ 2024, ຂອງ ພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ (ສກຂ) ດຳເນີນໄປໃນ ວັນທີ 15 ກໍລະກົດ 2024, ມີ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງໆສະຫວັນນະເຂດ ເປັນປະທານ.
ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານວ່າ:ຜ່ານມາ ການຈັດຕັ້ງປະຕິບັດ ວຽກງານການພັດທະນາຊັບພະຍາກອນມະນຸດແມ່ນມີຫລາຍວຽກທີ່ສຳເລັດ, ເຫັນໄດ້ຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ບັນຫາຕ່າງໆ ເພື່ອຈະປັບປຸງແກ້ໄຂໃຫ້ມີຄວາມເປັນເອກະພາບກັນໃນຕໍ່ໜ້າ. ພ້ອມນັ້ນ, ຄະນະກຳມະການ ເພື່ອການພັດທະນາຊັບພະຍາກອນມະນຸດຂັ້ນແຂວງ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາຍຸດທະສາດ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ບັນດາຄາດໝາຍຂອງແຕ່ລະກົມກອງທີ່ມີສ່ວນກ່ຽວພັນກັບການພັດທະນາຊັບພະຍາກອນມະນຸດໃນທົ່ວແຂວງ ຫລາຍດ້ານມີຄວາມຄືບໜ້າໄດ້ຮັບຜົນສຳເລັດ, ແຕ່ມີບາງດ້ານກໍ່ຍັງຄົງຄ້າງບໍ່ທັນສຳເລັດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປ.
ໂອກາດນີ້, ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງໆສະຫວັນນະເຂດ.ໄດ້ເນັ້ນໃຫ້ຄະນະກອງເລຂາແຕ່ລະພາກສ່ວນລົງເຜີຍແຜ່, ໂຄສະນາ, ອອກຂ່າວສານໃຫ້ຫລາຍຂຶ້ນກວ່າເກົ່າ, ສ້າງຈິດສຳນຶກໃຫ້ນຮຸ່ນໃໝ່ ໃນການປົກປັກຮັກສາ-ອະນຸລັກວັດທະນະທຳອັນດີງາມຂອງຊາດ, ສ້າງ ແລະ ຍົກລະດັບສີມືແຮງງານໃຫ້ມີຄຸນນະພາບດີຂຶ້ນໃນຫລາຍຂົງເຂດ ແລະ ຫລາຍລະດັບໃຫ້ສອດຄ່ອງ ແລະ ຕິດພັນກັບໂຄງປະກອບເສດຖະກິດ ໂດຍສຸມໃສ່ຂົງເຂດກະສິກໍາ, ອຸດສາຫະກໍາ ແລະ ການບໍລິການ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສາມາດແຂ່ງຂັນລະດັບປະເທດໄດ້, ສ້າງໃຫ້ແຮງງານ ມີວຽກເຮັດງານທໍາທີ່ໝັັ້ນຄົງ ມີຄຸນນະພາບ ມີລາຍໄດ້ສົມເຫດ ສົມຜົນ, ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ແລະ ພັນທະດ້ານແຮງງານ ແລະ ໃຫ້ສົ່ງເສີມຊຸກຍູ້ໃຫ້ນັກຮຽນທີ່ຈົບ ມ.ປາຍ ໃນທົ່ວແຂວງເຂົ້າຮຽນຕໍ່ໃນສາຍການສຶກສາຊັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຫລາຍໆ.