ຄວາມຊົງຈຳທີ່ໂຫດຮ້າຍຂອງຮູບພາບ ໃນປະຫວັດສາດມະນຸດ


ເປັນພາບທີ່ສະເທືອນຫົວໃຈຂອງຫມົດທຸກຄົນທີ່ໄດ້ເບີ່ງຜ່ານ ແລະ ຕ້ອງເສຍນ້ຳຕາສິ່ງທີ່ເກີດຂຶ້ນຜ່ານຮູບພາບ, ຮູບພາບຂອງເດັກນ້ອຍທີ່ຕ້ອງຕໍ່ສູ້ກັບຄວາມຫິວ, ສົງຄາມ, ອຸບັດຕິເຫດຕ້ອງສູນເສຍຄອບຄົວ…
ນົກແຮ້ງກັບເດັກນ້ອຍ


ໃນຮູບພາບແມ່ນເດັກນ້ອຍຍິງທີ່ ກຳລັງຫມົດແຮງ ບໍ່ສາມາດຈະຢືນຂຶ້ນຫລື ປະຄອງຮ່າງກາຍດ້ວຍຕົນເອງ ກຳລັງຕໍ່ສູ້ຄວາມອຶດຫິວ ແລະ ມີນົກແຮ້ງບິນລົງມາເພື່ອລໍຖ້າເດັກນ້ອຍນີທີ່ກຳລັງຈະຕາຍກິນເປັນອາຫານຂອງຕົນ. ຊ່າງພາບທ່ານ Kevin Carter ພໍດີເດີນຜ່ານພົບເຫັນ ແລະ ໄດ້ຖ່າຍຮູບ.
ຫລັງຈາກທີ່ໄດ້ເອົາຮູບນີ້ລົງວາລະສານ The New York Times ປີ 1993 ທຸກຄົນທີ່ເຫັນພາບນີ້ໄດ້ກວ່າຫາ Kevin ເປັນຫຍັງຈຶ່ງບໍ່ຊວຍເດັກນ້ອຍໃນຮູບ ທັ້ງທີ່ຄົນຮູ້ທຸກຊ່າງຈະບໍ່ແຕະຕ້ອງຜູ້ເຄາະຮ້າຍເນື່ອງຈາກໂລກຕິດຕໍ່ກຳລັງລະບາດໃນເວລານັ້ນ. ຫລັງຈາກນັ້ນ 1ປີ Kevin ໄດ້ຂ້າຕົວຕາຍ.
ເດັກນ້ອຍ Alan Kurbi ເທິງຫາດຊາຍ


Alan ເບີ່ງຄືກຳລັງນອນຫລັບຢູ່. Alan ເປັນເດັກນ້ອຍອາຍຸ 2 ປີ ເປັນຜູ້ລີ້ໄພສົງຄາມ Syria ຊຶ່ງໄດ້ພາດພັດເອົາຊິວິດ ຄົນບໍລິສຸດເປັນຈຳນວນຫລວງຫລາຍ.
ນີ້ແມ່ນຮູບພາບທີ່ສ່ອງແສງໄດ້ທຸກຍ່າງຂອງສົງຄາມ ທີ່ບໍ່ມີໃຜພຶງປາດຖະຫນາ
Fire Escape Collapse


ປີ 1975 ໄດ້ມີເຫດເກີດໄຟໄຫມຢູ່ Boston ມີຄອບຄົວຫນຶ່ງ(ແມ່ ກັບ ລູກນ້ອຍ 2ຄົນ) ກຳລັງຕິດຢູ່ໃນຕຶກທີ່ອ້ອມຮອບດ້ວຍໄຟ. ໃນຂະນັ້ນ ດັບເພີງກໍ່ເຂົ້າມາຊ່ວຍໃນຂະນະທີ່ກຳລັງຈະຊ່ວຍ ເດັກນ້ອຍລົງຈາກຕຶກເກີດເຫດແປວໄຟປິວຕົກລົງ. ຮູບພາບເດັກນ້ອຍທີ່ກຳລັງຕົກນີ້ໄດ້ຖ່າຍໄດ້ຈາກຊ່າງພາບ Stanley Forman.
Sadie Pfeifer


Lewis Hine ເປັນຊ່າງພາບຄົນຫນຶ່ງທີ່ຕໍ່ຕ້ານການໃຊ້ແຮງງານເດັກ ທ່ານໄດ້ເດີນທາງແຕ່ Massachusetts ເຖີງ Carolina ເພື່ອຖ່າຍຮູບເດັກນ້ອຍທີ່ຢູ່ໃນໂຮງງານ, ຂາຍຫນັງສືພີມ …. ຊຶ່ງເດັກນ້ອຍເລົ່ານີ້ແມ່ນບໍ່ມີໂອກາດທີ່ຈະໄດ້ໄປໂຮງຮຽນ ແລະ ຖືກກົດຂີ່ຂູດຮີດຈາກນາຍທຶນ
ເດັກຍິງ Iraq ຢູ່ດ່ານກວດຄົນເຂົ້າເມືອງ


ເດັກຍິງ Napalm


ເດືອນ 6 ປີ 1972 ຍົນຖິ້ມລະເບີດຂອງ ອາເມລິກາໄດ້ ຖິ່ມໃສ່ຫມູ່ບ້ານນ້ອຍຢູ່ Tay Ninh, ຮ່າງຈາກ Sai Gon 40 ກມ. ຮູບພາບໄດ້ຖ່າຍຈາກ ຊ່າງພາບ Nick Ut ຊ່າງພາບທີ່ອາຍຸ 21 ປີ
Kim Phuc ເປັນເດັກນ້ອຍທີ່ບໍ່ມີເຄື່ອງນຸ່ງກຳລັງແລ່ນຫນີຕາຍ ຈາກຄວາມຮ້ອນຂອງລູກລະເບີດ Napalm
ວັນເສົາເລືອດ


ເປັນຮູບພາບທີ່ມີອິດທິພົນແລະສ່ອງແສງຫລາຍທີ່ສຸດຂອງສົງຄາມ. ຮູບພາບນີ້ຖ່າຍໄດ້ຫລັງຈາກ ການຖິ້ມລະເບີດ. ໃນວັນທີ 28 ເດືອນ ສິງຫາ ປີ 1937 ຈາກການຊ່າງພາບ H.S.Wong