ໄອຍະການປະຊາຊົນສູງສຸດຈະສູ້ຊົນບັນລຸ 4 ຮັບປະກັນການດໍາເນີນຄະດີ

- Law 1 - ໄອຍະການປະຊາຊົນສູງສຸດຈະສູ້ຊົນບັນລຸ 4 ຮັບປະກັນການດໍາເນີນຄະດີ
- kitchen vibe - ໄອຍະການປະຊາຊົນສູງສຸດຈະສູ້ຊົນບັນລຸ 4 ຮັບປະກັນການດໍາເນີນຄະດີ

ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 25 ຕຸລາຜ່ານມານີ້ວ່າ: ຮອດປີ 2018 ໄດ້ກ້າວສູ່ປີທີ 3 ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາ 5 ປີແຫ່ງລັດຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ, ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມໃຫ້ສໍາເລັດເຊັ່ນ: ເພີ່ມທະວີການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານສູ່ຄຸນນະພາບ ໂດຍຄາດໝາຍສູ້ຊົນໃຫ້ບັນລຸໄດ້ 95% ຂອງການຄົ້ນຄວ້າແກ້ໄຂ ແລະ ບໍ່ໃຫ້ຫຼຸດ 90% ຂອງສານພິຈາລະນາຕັດສິນຕາມຄໍາຖະແຫຼງຂອງໄອຍະການ, ສູ້ຊົນເຮັດໃຫ້ກໍລະນີລະເມີດລະບຽບກົດໝາຍການດໍາເນີນຄະດີໃນຂັ້ນຕ່າງໆຂອງຂະບວນການຍຸຕິທໍາໃຫ້ຫຼຸດລົງ ໂດຍຮັບປະກັນຫຼັກການພື້ນຖານຂອງການດໍາເນີນຄະດີ ຮອບດ້ານ, ຄົບຖ້ວນ, ພາວະວິໃສ ກໍຄື: 4 ຮັບປະກັນ ຂອງອົງການໄອຍະການປະຊາຊົນສູງສຸດວາງອອກເຊັ່ນ: “ຮັບປະກັນຄວາມຖືກຕ້ອງ, ຍຸຕິທໍາ, ໂປ່ງໃສ ແລະ ທັນເວລາ” ພ້ອມທັງເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກໍາລຸ່ມກົດໝາຍໃຫ້ໄດ້ 5 ສະບັບຂຶ້ນໄປ, ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ສໍາລັບປີ 2018 ກະກຽມສ້າງຕັ້ງອົງການໄອຍະການປະຊາຊົນເຂດ ຫຼືເມືອງ, ແຂວງ ທີ່ມີເງື່ອນໄຂໃຫ້ໄດ້ 2-3 ເຂດ ເປັນຕົ້ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ສະຫວັນນະເຂດ, ພ້ອມບັນຈຸຊັບຊ້ອນພະນັກງານໄອຍະການໄປປະຈໍາເມືອງ 3-5 ຄົນ ພ້ອມທັງກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ຈະແຈ້ງ, ສືບຕໍ່ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ຝຶກອົບຮົມວິຊາຊີບ, ເອົາໃຈໃສ່ເປັນພິເສດ ແລະ ຖືເປັນແຖວໜ້າສໍາລັບວຽກງານການເມືອງ-ນໍາພາແນວຄິດ ໂດຍເພີ່ມທະວີການສຶກສາອົບຮົມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດໃຫ້ເລິກເຊິ່ງທົ່ວເຖິງ ເພື່ອປັບປງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ນໍ້າໃຈຮັບໃຊ້ປະຊາຊົນຂອງພະນັກງານໄອຍະການປະຊາຊົນ ໃຫ້ມີຄວາມຊື່ສັດບໍລິສຸດ, ໂປ່ງໃສ ແລະ ຍຸຕິທໍາ, ພ້ອມທັງຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດຕົວຈິງ ໂດຍຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ຮູ້ຍາດແຍ່ງບົດຮຽນ, ເຕັກນິກ, ເຕັກໂນໂລຊີ ແລະ ທຶນຮອນມາພັດທະນາວຽກງານໄອຍະການໃຫ້ກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວຢ່າງໜັກແໜ້ນ, ເອົາໃຈໃສ່ກະກຽມເນື້ອໃນກອງປະຊຸມວຽກງານໄອຍະການບັນດາແຂວງມີຊາຍແດນຕິດຈອດກັນຄັ້ງທີ VI ຊຶ່ງອົງການໄອຍະການປະຊາຊົນລາວເປັນເຈົ້າພາບ, ຖືສໍາຄັນ ແລະ ສືບຕໍ່ພັດທະນາພື້ນຖານວັດຖຸເຕັກນິກ, ຮັບປະກັນໃຫ້ການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ ໃຫ້ສໍາເລັດ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານປີ 2018 ໂດຍເຂັ້ມງວດວິໄນການເງິນເພື່ອຮັບປະກັນການເຄື່ອນໄຫວຂອງກົງຈັກເປັນຢ່າງດີ.

- 3 - ໄອຍະການປະຊາຊົນສູງສຸດຈະສູ້ຊົນບັນລຸ 4 ຮັບປະກັນການດໍາເນີນຄະດີ
- Visit Laos Visit SALANA BOUTIQUE HOTEL - ໄອຍະການປະຊາຊົນສູງສຸດຈະສູ້ຊົນບັນລຸ 4 ຮັບປະກັນການດໍາເນີນຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!