ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ

ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ - 450453441  - ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ
ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ - kitchen vibe - ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພະຍາກອນອາກາດ ເຊົ້າວັນທີ 10 ກໍລະກົດ 2024 ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວດ້ວຍກໍາລັງປານ ກາງ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມ 20 – 31 ອົງສາ.

ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ - Visit Laos Visit SALANA BOUTIQUE HOTEL - ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ

ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 23 – 35 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີ ລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມ 24 – 33 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມ 22 – 33 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມ 20 – 31 ອົງສາ.

ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມ 20 – 33 ອົງສາ.

ສຳລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງຢູ່ທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 18 – 26 ອົງສາ.

ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ - 4 - ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!