ລາວ – ສິງກະໂປ ເພີ່ມທະວີການຮ່ວມມືສອງຝ່າຍ


ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ລໍເຣັນສ ວອງ (Lawrence Wong), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະ ລັດ ສິງກະໂປ ຢ່າງເປັນທາງການ, ໃນວັນທີ 09 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ສິງກະໂປ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ການຢ້ຽມຢາມຄັ້ງນີ້ ມີຂຶ້ນໃນທ່າມກາງທີ່ ສປປ ລາວ ແລະ ສ. ສິງກະໂປ ກຳລັງສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ໃນປີ 2024.


ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2024, ທີ່ ສະພາແຫ່ງຊາດ ສິງກະໂປ. ພາຍຫລັງສໍາເລັດພິທີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ລໍເຣັນສ ວອງ ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດ ກໍ່ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ລໍເຣັນສ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ຄົນທີ 4 ຂອງ ສິງກະໂປ ໃນເດືອນພຶດສະພາ ທີ່ຜ່ານມາ, ພ້ອມທັງສະແດງຍິນດີທີ່ຈະໄດ້ຮ່ວມເຮັດວຽກກັບ ຄະນະລັດຖະບານ ສິງກະໂປ ເພື່ອສົ່ງເສີມການຮ່ວມມືໃຫ້ກ້າວຂຶ້ນສູ່ຜົນສຳເລັດອັນໃຫມ່ໃນຕໍ່ຫນ້າ ໂດຍສະເພາະ ການຮ່ວມມືດ້ານການເມືອງ ໄປຄຽງຄູ່ກັບການພັດທະນາການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງໄດ້ຕີລາຄາ ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ສິງກະໂປ ໃນໄລຍະຜ່ານມາ ທີ່ເຕັມໄປດ້ວຍໝາກຜົນ ແລະ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການພົວພັນຮ່ວມມືຂອງບັນດາຫົວຫນ່ວຍທຸລະກິດ, ການສຶກສາ, ການພັດ ທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການສະໜັບສະໜູນ ແລະ ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບອາຊຽນ ແລະ ສປຊ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການເລີ່ມກົນໄກການປຶກສາຫາລືສອງຝ່າຍ ລາວ-ສິງກະໂປ (Bilateral Consultations) ໃນເດືອນຕຸລາ 2023 ຜ່ານມາ ເພື່ອຕິດຕາມຊຸກຍູ້ຂະແໜງການກ່ຽວຂ້ອງສອງຝ່າຍ ໃນການຈັດຕັ້ງປະຕິບັດການຕົກລົງເຫັນດີຂອງຜູ້ນໍາສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ. ພິເສດ, ໃນປີ 2024 ນີ້ ສອງປະເທດ ກໍ່ກຳລັງຮ່ວມກັນສະເຫຼີມສະຫລອງ ຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ, ເຊິ່ງກໍ່ໄດ້ມີການຈັດຫລາຍກິດຈະກຳຮ່ວມກັນ ຢ່າງມີຂະບວນຟົດຟື້ນ ແລະ ມີຄວາມໝາຍສຳຄັນ.
ສຳລັບທິດທາງໃນຕໍ່ຫນ້າ, ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວ ຂ້ອງຂອງຕົນ ເພື່ອຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ, ໂດຍສະເພາະ ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ການລົງທຶນ ເປັນຕົ້ນ ການຊື້-ຂາຍ ພະລັງ ງານສະອາດ ກໍຄື ການຊື້ຂາຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ, ການຮ່ວມມືດ້ານພະລັງງານທົດແທນ, ດ້ານແຮ່ທາດທີ່ຫາຍາກ, ດ້ານກະສິກຳ, ການສະຫນອງທັນຍາຫານ (ສິນຄ້າດ້ານກະສິກໍາ) ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະບຽບອາຫານເຊິ່ງກັນ ແລະ ກັນ, ການຮ່ວມມືດ້ານຊັບພະຍາກອນທຳມະຊາດ ກໍຄື ການຊື້-ຂາຍ ສິນເຊື່ອກາກບອນ (Carbon Credit) ໂດຍສະເພາະການຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງລາວ, ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ເປັນທ່າແຮງບົ່ມຊ້ອນ, ລວມທັງ ການຮ່ວມມືໃນການພັດທະ ນາຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ປະ ຊາຄົມອາຊຽນ ເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ສິງກະໂປ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງໃຫ້ແກ່ບັນດາພະນັກງານລັດຖະກອນ, ນັກການທູດ ແລະ ການນຳຂັ້ນສູງຂອງ ສປປ ລາວ, ການພັດທະນາສີມືແຮງ ງານ, ລວມທັງ ການສົ່ງອາສາສະຫມັກ, ຄູອາຈານ ແລະ ຜູ້ຊ່ຽວຊານ ມາປະຕິບັດໜ້າທີ່ຢູ່ລາວ ແລະ ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການເປັນປະທານໝູນວຽນອາຊຽນ ປີ 2024. ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ລໍເຣັນສ ວອງ ກໍ່ໄດ້ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ເພີ່ມຕື່ມໃນຕໍ່ຫນ້າ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ພາຍຫລັງສຳເລັດກອງປະຊຸມພົບປະສອງຝ່າຍ ກໍ່ໄດ້ເປັນສັກຂີພິຍານໃນການລົງ ນາມເອກະສານການຮ່ວມມື ລາວ-ສິງກະໂປ ຈຳນວນ 2 ສະບັບ ຄື: 1. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂະແໜງການສຶກສາ (MOU on Cooperation in the Field of Education) ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແຫ່ງ ສ. ສິງກະໂປ.


2. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືພາຍໃຕ້ສົນທິສັນຍາ ປາຣີ ມາດຕາ 6 (MOU on Collaboration Under Article 6 of the Paris Agreement), ເຊິ່ງແມ່ນການຮ່ວມມືດ້ານສິນເຊື່ອກາກບອນ (Carbon Credit) ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແລະ ອຸດສາຫະກໍາ ແຫ່ງ ສ. ສິງກະໂປ.


ໃນຕອນບ່າຍຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ລໍເຣັນສ ວອງ ຍັງໄດ້ເປັນກຽດຈັດງານລ້ຽງຕ້ອນຮັບ ໃຫ້ແກ່ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ, ສອງຝ່າຍ ຍັງໄດ້ຮ່ວມກັນເປີດໂລໂກ້ການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ຄົບຮອບ 50 ປີ. ສປປ ລາວ ແລະ ສ. ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 2 ທັນວາ 1974 (ຄົບຮອບ 50 ປີ). ປັດຈຸບັນ, ການຄ້າສອງຝ່າຍ ມີມູນຄ່າປະມານ 182.5 ລ້ານ ໂດລາສະຫະລັດ (ສົ່ງອອກຫລາຍກວ່າ 96.3 ລ້ານໂດລາສະຫະລັດ ແລະ ນຳເຂົ້າຫລາຍກວ່າ 86,1 ລ້ານໂດລາສະຫະລັດ ໄດ້ດູນການຄ້າຫລາຍກວ່າ 10.2 ລ້ານໂດລາສະຫະລັດ), ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າ 362 ລ້ານໂດລາສະຫະລັດ ໃນ 83 ໂຄງການ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ