ກຽມພົບກັບຜົນງານເພງຂອງໜຸ່ມໂຈ່ໂຈ້
October 29, 2017 - 4:42 PM


ຫຼາຍຄົນທີ່ລໍຄອຍກັບການສະແດງເອັມວີເພງ “ຢືມ” ຂອງ ໂຈ່ໂຈ້ ທີ່ເປັນທັງຜູ້ແຕ່ງຜູ້ຮ້ອງ ແລະ ຫຼິ້ນເອັມວີຮ່ວມກັນ ມີນັກ ສະແດງອີກ 3 ທ່ານຄື: ອ໋ອບ , ນຸນີ່ ແລະ ສຸດາ, ໂດຍເນື້ອຫາ ຂອງເພງດັ່ງກ່າວ ແມ່ນສ່ອງ ແສງເຖິງສັງຄົມລາວໃນປັດ ຈຸບັນ, ໂດຍສະເພາະກ່ຽວກັບ ຄວາມຮັກ, ເຊິ່ງມີແງ່ມຸມໜຶ່ງທີ່ ເຮົາເບິ່ງບໍ່ເຫັນມັນ ແລະ ເຮົາ ຄວນຈະໃສ່ໃຈມັນ ແລະ ໄປເຫັນ ຄົນທີ່ເຮົາຈໍາເປັນຕ້ອງໄດ້ຢືມ ແລະ ເປັນຫຍັງເຮົາ ຕ້ອງຢືມ ຄວາມຮັກ, ໃນມຸມມອງຂອງ ຄວາມຮັກແບບໃໝ່.


+ ຊ໊ອກວົງການເພງ ! ເຊສເຕີ ເບນນິງຕັນ ນັກຮ້ອງນຳວົງ Linkin Park ແຂວນຄໍຕາຍ
ໂຈ່ໂຈ້ໄດ້ຕັ້ງໃຈ ແລະ ທຸ່ມເທ ແລະ ໃຊ້ເວລາດົນສົມຄວນ ໃນການຖ່າຍທໍາ ເອັມວີເພງນີ້ ແລະ ຫວັງວ່າ ຈະໄດ້ຮັບຄວາມ ສົນໃຈຈາກ ສັງຄົມເປັນ ຈຳນວນ ບໍ່ໜ້ອຍ, ເຊິ່ງພວກເຮົາສາ ມາດ ຕິດຕາມຊົມຜົນງານການສະ ແດງວິດີໂອດັ່ງກ່າວໄດ້ໃນຢູທູບ.

