ຈັນຍາບັນຜູ້ຂັບຂີ່ເບິ່ງຄືຖອຍຫລັງ

- 20031763 1258797494249892 5501494086117779803 n - ຈັນຍາບັນຜູ້ຂັບຂີ່ເບິ່ງຄືຖອຍຫລັງ
- kitchen vibe - ຈັນຍາບັນຜູ້ຂັບຂີ່ເບິ່ງຄືຖອຍຫລັງ

ໂດຍ: ທ່ຽງ​ທຳ

ສະບາຍດີ ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ​ທັງຫລາຍ, ຈະ​ຄິດ​ຄື​ຂ້າພະ​ເຈົ້າບໍ່ ? ປັດຈຸບັນ​ນີ້​ສັງ​ເກດ​ເຫັນ​ວ່າ ມາ​ລະ​ຍາດ ​ແລະ ຈັນ​ຍາ​ບັນ​ຂອງ​ຜູ້​ຂັບ​ຂີ່​ຢູ່​ບ້ານ​ເຮົາ​ເບິ່ງ​ຄື​ວ່າ​ຖອຍຫລັງ, ຖ້າ​ທຽບ​ໃສ່​ໄລຍະ​ກ່ອນ​ນີ້ ຫລາຍ​ປະ​ເທດ​ຢູ່​ອ້ອມ​ຂ້າງ​ເຮົາ​ໃຜໆ​ກໍ​ຍົກຍ້ອງ​ວ່າ​ຄົນ​ລາວ​ມີ​ມາລະຍາດ​ການ​ຂັບ​ຂີ່​ດີ, ​ໄປ​ໃສ​ມາ​ໃສ​ກໍ​ບໍ່​ໄດ້​ຍິນ​ສຽງ​ບີບ​ແກ​ໄລ່​ກັນ, ​ໂວຍວາຍ​ໃສ່​ກັນ​ຄື​ບ້ານ​ເພິ່ນ, ​ແຕ່​ມາ​ຮອດ​ດຽວ​ນີ້ ສິ່ງ​ດັ່ງກ່າວ​ໄດ້​ປ່ຽນ​ໄປ ​ເບິ່ງ​ຄື​ວ່າ​ຜູ້​ຂັບ​ຂີ່​ຈຳນວນ​ໜຶ່ງ​ຮອດ​ບໍ່​ຮູ້​ກົດ​ຈະລາຈອນ​ເລີຍ, ຢາກ​ໄປ​ທາງ​ໃດ​ກໍ​​ໄປ, ຢາກ​ຈອດ​ລົດ​ຢູ່​ໃສ​ກໍ​ຈອດ ​ແລະ ຢາກ​ແຊງ​ຊ້າຍ-​ແຊງ​ຂວາ​ກໍ​ເອົາ​ຕາມ​ໃຈ ຂໍ​ແຕ່​ໄດ້​ບືນ​ລົດ​ຕົນ​ເອງ​ຂຶ້ນມາ, ບາງ​ຄັ້ງສົ່ງ​ຜົນ​ໃຫ້​ລົດ​ຕິດ​ກັນ​ເປັນ​ແຖວ​ຍາວ​ຢຽດ ​ແຕ່​ເພິ່ນ​ຜູ້​ຂາດ​ຈັນ​ຍາ​ບັນ​ການ​ຂັບ​ຂີ່​ນັ້ນກໍ​ບໍ່​ໄດ້​ເອົາ​ຫົວຊາ​ແຕ່​ຢ່າງ​ໃດ, ບາງ​ຄັ້ງລົດ​ດາດ​ກັນ​ເລັກໆ​ໜ້ອຍໆ​ກໍ​ລົງ​ມາ​ໂວຍວາຍ​ໃສ່​ກັນ​ປານ​ສັດຕູ​ງູ​ພິດ ​ແລະ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ກໍ​ຈົນ​ລົງ​ໄມ້​ລົງມື​ໃສ່​ກັນ​ກໍ​ມີ ​ແລະ ອື່ນໆ, ມີຄັ້ງໜຶ່ງ ທ່ຽງ​ທຳ ພົບ​ເຫັນ​ລົດ​ເກງ​ແບບ​ກະປ໋ອງຄັນ​ໜຶ່ງ​ຈອດ​ຢູ່​ກະ​ໂຕ​ເກືອບ​ກາງ​ທາງ​ໃນ​ເຂດ​ທາງ​ຕະຫລາດ​ແລງ​ໜອງ​ດ້ວງ ລົດ​ຫລາຍ​ຄັນ​ທີ່​ນຳ​ກັນ​ໄປ​ຕ່າງ​ກໍ​ລໍຖ້າ ​ແຕ່​ກໍ​ບໍ່​ເຫັນ​ລົດ​ຄັນ​ຈອດ​ຢູ່​ໜ້ານັ້ນຈະ​ຫຍັບ​ໄປ ​ແລ້ວ​ອົດ​ບໍ່​ໄດ້​ຕ່າງ​ຄົນ​ກໍບຽດ​ຂຶ້ນຜ່ານ​ໄປ​ຈຶ່ງ​ຫລຽວ​ເຫັນ​ສາວ​ນ້ອຍ​ຄົນ​ໜຶ່ງ​ຜູ້​ຂັບ​ລົດ​ດັ່ງກ່າວ​ໃນ​ລັກສະນະ​ທ່າ​ທາງ​ບໍ່​ຄ່ອຍ​ສຸພາບ​ປານ​ໃດ ​ເກົ້າຜົມ​ຈຸກ, ປາກຢ້ຳໝາກ​ຝັ່ງ (ຊິງ​ໂກມ), ມື​ບີບ​ໂທລະສັບ​ມື​ຖື​ຢູ່​ຢ່າງ​ບໍ່​ເອົາ​ຫົວຊາ​ຕໍ່​ໂລກ​ພາຍ​ນອກ ຈົນ​ໃຜ​ຫລຽວ​ເຫັນ​ກໍ​ຕ້ອງ​ໄດ້​​ແກວ່ງ​ຫົວ​ນຳ ​ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ຈັນຍາບັນຜູ້ຂັບຂີ່ເບິ່ງຄືຖອຍຫລັງ

​ໃນ​ບົດ​ຂຽນ​ນີ້ ທ່ຽງ​ທຳ ຢາກ​ຂໍ​ເຕືອນ​ວ່າ: ປີ​ທ່ອງ​ທ່ຽວ​ລາວ 2018 ພວກ​ເຮົາ​ໄດ້​ພ້ອມ​ກັນ​ເປີດ​ຂຶ້ນ​ແລ້ວຢ່າງ​ຍິ່ງ​ໃຫຍ່ ​ເພື່ອ​ຄອຍ​ຕ້ອນຮັບ​ແຂກ​ບ້ານ​ແຂກ​ເມືອງ​ຜູ້​ມາ​ທ່ຽວ ​ແລະ ໜຶ່ງ​ໃນ​ປັດ​ໄຈ​ສຳຄັນ​ຂອງ​ການ​ຕ້ອນຮັບ​ນັ້ນກໍ​ແມ່ນ​ມາລະຍາດ​ອັນ​ນິ້ມນວນ​ອ່ອນ​ຫວານ​ຂອງ​ຊາວ​ລາວ​ເຮົາ​ທີ່​ມີ​ມູນ​ເຊື້ອມາ​ແຕ່​ດຶກ​ດຳ​ບັນນັ້ນຈະ​ຕ້ອງ​ໄດ້​ເສີມ​ຂະຫຍາຍ ​ແລະ ​ໃນ​ນັ້ນກໍ​ມີ​ທັງ​ມາລະຍາດ​ການ​ຂັບ​ຂີ່, ອັນ​ສຳຄັນ​ທີ່​ສຸດ​ເມ່ືອ​ເຫັນ​ແຂກ​ຄົນ​ທີ່​ຈະ​ຂ້າມ​ທາງ​ຫລວງ ຜູ້​ຂັບ​ຂີ່​ມາ​ກໍ​ຈະ​ຕ້ອງ​ໄດ້​ຈອດ​ລົດ​ໃຫ້​ເພິ່ນ​ຂ້າມ​ສາກ່ອນ​ຈຶ່ງ​ຄ່ອຍໆ​ອອກ​ລົດ​ແລ່ນ​ຕໍ່​ໄປ. ດັ່ງ​ພວກ​ເຮົາ​ໄດ້​ພົບ​ເຫັນ​ຢູ່​ຫລາຍ​ປະ​ເທດ​ທີ່​ເພິ່ນ​ພັດທະນາ​ແລ້ວ, ​ເພິ່ນ​ໄດ້​ໃສ່​ໃຈ​ຫລາຍ​ຕໍ່​ມາລະຍາດ​ການ​ຂັບ​ຂີ່ ​ແລະ ພ້ອມ​ນັ້ນຢູ່​ໂຮງຮຽນ​ສອນ​ຂັບ​ລົດ​ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສິດສອນ​ເຖິງ​ມາລະຍາດ ​ແລະ ຈັນ​ຍາ​ບັນ​ຂອງ​ຜູ້​ຂັບ​ຂີ່​ຕື່ມ​ອີກ ​ເພື່ອ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ມີ​ວັດທະນະທຳ ​ແລະ ສີວິ​ໄລ.

- 5 - ຈັນຍາບັນຜູ້ຂັບຂີ່ເບິ່ງຄືຖອຍຫລັງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!