ລົດແກ່ໝູເສຍຫລັກຕຳໃສ່ລົດຈອດຢູ່ ແລ້ວໄປຕຳໃສ່ຄົນແຄມທາງເສຍຊີວິດ 1 ຄົນ
July 3, 2024 - 1:43 PM


ວັນທີ 3 ກໍລະກົດ 2024 ນີ້ ເວລາປະມານ 5:00 ໂມງ, ເກີດອຸປະຕິເຫດລົດແກ່ໝູເສຍຫລັກ ຕໍາໃສ່ລົດໃຫຍ່ທີ່ຈອດຢູ່ແຄມທາງ ແລ້ວໄປຕຳໃສ່ຄົນທີ່ພວມອະນາໄມຢູ່ຕໍ່ໜ້າທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເຮັດໃຫ້ຄົນອະນາໄມເສຍຊີວິດຄາທີ່ 1 ຄົນ ເປັນເພດຊາຍ.
ສ່ວນສາເຫດຂອງການເກີດອຸປະຕິເຫດຄັ້ງນີ້ ເຈົ້າໜ້າທີ່ພວມເກັບກຳຂໍ້ມູນຢູ່.