13 ວິທີຊ່ວຍໃຫ້ທ່ານມີຊີວິດຄູ່ທີ່ໝັ້ນຄົງ ແລະ ມີຄວາມສຸກ
October 27, 2017 - 12:04 PM


- ເຮັດດີຕໍ່ກັນ : ຫາກຢາກໃຫ້ຊີວິດການແຕ່ງດອງມີຄວາມສຸກ ຄວນຈະເຮັດດີຕໍ່ກັນໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເຖິງວ່າໃນມື້ທີ່ພວກທ່ານມີຄວາມຄິດເຫັນບໍ່ກົງກັນກໍຕາມ ຫາກບໍ່ສາມາດສະຫງົບສະຕິອາລົມໄດ້ ກໍລອງຄິດເຖິງມື້ທຳອິດທີ່ພວກທ່ານເລີ່ມລົມກັນ.
- ເປັນເພື່ອນທີ່ດີທີ່ສຸດຂອງກັນ ແລະ ກັນ : ນອກຈາກການເຮັດໜ້າທີ່ຜົວ ຫລື ເມຍແລ້ວ ພວກທ່ານກໍຄວນຈະເປັນເພື່ອນທີ່ດີທີ່ສຸດຂອງກັນ ແລະ ກັນນຳ ເຊັ່ນ : ຊ່ວຍກັນເຮັດອະນາໄມເຮືອນຊານບ້ານຊ່ອງ, ຫາເວລາວ່າງເຮັດກິດຈະກຳຮ່ວມກັນ, ຊື່ສັດຕໍ່ກັນ ແລະ ເວົ້າກົງໄປກົງມານຳກັນສະເໝີ.
- ບອກຮັກຫລາຍໆເທົ່າທີ່ຈະເຮັດໄດ້ : ຫລາຍຄົນອາດຈະເບິ່ງວ່າມັນເປັນເລື່ອງຕະຫລົກ, ແຕ່ຄວາມຈິງແລ້ວມັນເປັນເລື່ອງທີ່ສຳຄັນຫລາຍ ເພາະເປັນການເຮັດໃຫ້ຄົນຮັກຮູ້ວ່າທ່ານຍັງຮັກ ແລະ ໃຫ້ຄວາມສຳຄັນກັບເຂົາຄືເກົ່າບໍ່ເຄີຍປ່ຽນ. ສິ່ງສຳຄັນກໍຄືຄວນເປັນຄຳບອກຮັກທີ່ມາຈາກຫົວໃຈຂອງທ່ານແທ້ໆນຳ.
- ຊື່ສັດທັງຕໍ່ໜ້າ ແລະ ລັບຫລັງ : ຄວາມເປັນຄຸນສົມບັດທີ່ຄູ່ຜົວເມຍທຸກຄົນຄວນມີ ແລະ ເຮັດໂຕໃຫ້ຄືເກົ່າຕະຫລອດ ບໍ່ວ່າຈະຢູ່ຕໍ່ໜ້າ ຫລື ລັບຫລັງ ເພາະຄູ່ຊີວິດຄົງຂາດຄວາມສຸກຢ່າງແນ່ນອນຫາກຕ້ອງຄອຍລະແວງກັນຢູ່ຕະຫລອດເວລາ.
- ໄຟໃນຢ່າເອົາອອກ ໄຟນອກຢ່າເອົາເຂົ້າ : ບໍ່ວ່າຈະເກີດເລື່ອງຫຍັງໃນຄອບຄົວກໍຄວນຈະຊ່ວຍກັນແກ້ໄຂບັນຫານັ້ນກ່ອນທີ່ ຈະດຶງຄົນນອກເຂົ້າມາ ແລະ ບໍ່ຄວນໃສ່ໃຈຄຳເວົ້າຂອງຄົນນອກຫລາຍເກີນໄປ ເກັບເອົາໄວ້ເປັນທາງອອກສຳຮອງເວລາທີ່ມືດທຸກດ້ານກໍພໍ.
- ມີສິ່ງຂອງໃຫ້ກັນສະເໝີ : ເລື່ອງນີ້ອາດບໍ່ສຳຄັນຫາກພວກທ່ານເຫັນໜ້າກັນທຸກມື້ຢູ່ແລ້ວ, ແຕ່ເມື່ອໃດກໍຕາມທີ່ພວກທ່ານຕ້ອງຢູ່ໄກກັນຄວນຈະມີສິ່ງຂອງໃຫ້ຄົນຮັກໄວ້ເບິ່ງຕາງໜ້າແດ່ ເປັນເຄື່ອງເຕືອນໃຫ້ຄິດເຖິງວ່າຍັງມີອີກຄົນໜຶ່ງທີ່ລໍຄອຍຢູ່ສະເໝີ.
- ຫ່າງກັນແດ່ຈັກໜ້ອຍ : ການໃກ້ຊິດກັນເກີນໄປອາດເຮັດໃຫ້ຕ່າງຄົນຕ່າງລະເລີຍເຊິ່ງກັນ ແລະ ກັນ. ສະນັ້ນຫາກເປັນໄປໄດ້ຄວນມີພື້ນທີ່ສ່ວນໂຕຂອງແຕ່ລະຄົນແດ່ ເພາະຄວາມຫ່າງໄກຈະເຮັດໃຫ້ຄວາມຮູ້ສຶກຂອງທ່ານທັງສອງໃກ້ກັນຫລາຍຂຶ້ນ ແລະ ມີຄວາມສຸກທີ່ໄດ້ຢູ່ນຳກັນໃນທຸກໆມື້ນັບຈາກນີ້.
- ຮັກຢ່າງສະຫລາດ : ເຖິງວ່າພວກທ່ານຈະແຕ່ງດອງກັນແລ້ວກໍຄວນຮູ້ຈັກແບ່ງຄວາມຮັກ ແລະ ເວລາໃຫ້ກັບໂຕເອງແດ່ຢ່າງໜ້ອຍປະມານ 20% ຂອງເວລາທັງໝົດກໍຍັງດີ ເພາະການທຸ້ມໝົດໂຕຈະເຮັດໃຫ້ຝ່າຍກົງຂ້າມຮູ້ສຶກໝຸດໝັດຫລາຍກ່ວາ.
- ເບິ່ງແຍງກັນທັງຮ່າງກາຍ ແລະ ຈິດໃຈ : ນອກຈາກຈະດູແລກັນໃນເລື່ອງຂອງອາຫານການກິນ, ຄວາມເປັນຢູ່ແລ້ວ ຄວນຈະດູແລເລື່ອງຄວາມຮູ້ສຶກກັນ ແລະ ກັນນຳ ເຊັ່ນ : ຄອຍໃຫ້ກຳລັງໃຈເວລາທີ່ຝ່າຍກົງຂ້າມທໍ້ ຫລື ເປັນແຮງສະໜັບສະໜູນໃຫ້ຄົນຮັກເຮັດຕາມຄວາມຝັນຂອງໂຕເອງ.
10. ເປັນໂຕຂອງໂຕເອງ : ເຖິງວ່າຈະມີຄົນເຂົ້າມາໃນຊີວິດ ແລະ ມີສ່ວນທີ່ຕ້ອງປັບເຂົ້າຫາກັນແດ່ ເພື່ອຄວາມສຸກຂອງຊີວິດຄູ່,ແຕ່ແນວໃດກໍຕາມ ບໍ່ແມ່ນວ່າຈະຕ້ອງຄິດເຖິງຈິດໃຈຂອງຄູ່ຮັກຕະ ຫລອດ ຈົນລືມຄວາມມັກຂອງໂຕເອງໄປຈົນໝົດກ້ຽງ.
- ສ້າງຄວາມສຳພັນໃຫ້ແຂງແຮງ : ບໍ່ວ່າຈະເປັນຄວາມສຳພັນແບບຜົວເມຍ ຫລື ເພື່ອນທີ່ດີທີ່ສຸດຂອງກັນ ແລະ ກັນ ກໍຄວນຮັກສາຄວາມສຳພັນທັງ 2 ຮູບແບບນີ້ໃຫ້ໝັ້ນຄົງແຂງແຮງເອົາໄວ້ ເພາະວ່າມັນຈະຊ່ວຍໃຫ້ພວກທ່ານສາມາດກ້າວຜ່ານອຸປະສັກໄປໄດ້ ເຖິງຈະເປັນບັນຫາທີ່ຍາກທີ່ສຸດເທົ່າທີ່ເຄີຍພົບມາເລີຍກໍຕາມ.
- ຟັງສຽງຂອງໂຕເອງ ແລະ ຄົນຮັກ : ນອກຈາກຈະຟັງສຽງຄວາມຕ້ອງການຂອງໂຕເອງແລ້ວ ກໍຢ່າລືມຟັງສິ່ງທີ່ຄົນຮັກ ຕ້ອງການ ຫລື ຄວາມຄິດເຫັນຂອງເຂົານຳ ເຊິ່ງຈະດີກັບຊີວິດຄູ່ຫລາຍຫາກທັງ 2 ລົມກັນກົງໆ.
13. ຈື່ໄວ້ສະເໝີວ່າບໍ່ມີການແຕ່ງດອງໃດສົມບູນແບບ : ຫາກຄົນຮັກເວົ້າ ຫລື ເຮັດຫຍັງທີ່ເຮັດໃຫ້ທ່ານຮູ້ສຶກບໍ່ພໍໃຈ ຫລື ທຳລາຍຈິດໃຈທ່ານໄປແດ່ ກໍຄວນຍອມຮັບ ແລະ ໃຫ້ອະໄພຄົນຮັກໄປສາ ເພາະບໍ່ມີໃຜທີ່ໄດ້ດັ່ງໃຈທ່ານທຸກຢ່າງ ແລະ ບໍ່ມີຊີວິດຄູ່ຂອງໃຜທີ່ສົມບູນແບບໄປໝົດທຸກດ້ານ.