ນອນເດິກແຕ່ໜ້າບໍ່ໂຊມ ມີເຕັກນິກ

- 012610 2017 - ນອນເດິກແຕ່ໜ້າບໍ່ໂຊມ ມີເຕັກນິກ
- kitchen vibe - ນອນເດິກແຕ່ໜ້າບໍ່ໂຊມ ມີເຕັກນິກ
  1. ນຳ້ : ການຂາດນຳ້ເປັນສາເຫດໜຶ່ງທີ່ເຮັດໃຫ້ໃບໜ້າທ່ານໂຊມ ໂດຍສະເພາະຖ້າດື່ມອານກໍຮໍຈະເຮັດໃຫ້ຜິວຂອງທ່ານແຫ້ງຢ່າງໄວວາ. ດັ່ງນັ້ນ, ສິ່ງທີ່ຄວນເຮັດເປັນອັນດັບທຳອິດເມື່ອຕື່ນນອນຕອນເຊົ້າກໍຄືດື່ມນຳ້ຫລາຍໆທີ່ສຸດ, ກ່ອນອອກຈາກເຮືອນພະຍາຍາມດື່ມນຳ້ໃຫ້ໄດ້ 500 – 600 ເຊເຊ ແລະ ດື່ມນຳ້ຕະຫລອດມື້, ຖ້າມື້ໃດທີ່ຈະຕ້ອງດື່ມອານກໍຮໍກໍຄວນຈະດື່ມນຳ້ລ່ວງໜ້າໄວ້ໃຫ້ຫລາຍໆກ່ອນຍິ່ງດີ.
  2. ຜັດຖູຜິວ : ສະພາບຜິວຈາກການນອນເດິກຫລາຍນັ້ນຈະແຫ້ງຫຍາບ. ການໃຊ້ວິທີຜັດຖູຜິວເພື່ອກຳຈັດແຊນຜິວທີ່ຕາຍແລ້ວອອກໃນຂັ້ນຕອນການລ້າງໜ້າກໍຈະຊ່ວຍກະຕຸ້ນແຊນຜິວໃໝ່ທີ່ດີໃຫ້ຕື່ນໂຕ ແລະ ຊ່ວຍເຮັດໃຫ້ການໄຫລວຽນຂອງເລືອດບໍລິເວນໃບໜ້າດີຂຶ້ນ.
  3. ມອຍເຈີໄຣເຊີບຳລຸງໃຫ້ຊຸ່ມຊື່ນ : ນຳ້ຈະຊ່ວຍໃຫ້ແຊນຜິວຂອງທ່ານກັບມາຊຸ່ມຊື່ນຕາມທຳມະຊາດ, ແຕ່ອາດຕ້ອງໃຊ້ເວລາດົນ ຜະລິດຕະພັນມອຍເຈີໄຣເຊີຈຶ່ງຖືເປັນໂຕຊ່ວຍທີ່ດີ ແລະ ຖ້າທ່ານເລືອກມອຍເຈີໄຣເຊີທີ່ມີສ່ວນປະສົມຂອງນຳ້ມັນເປບເປີມິນ ຫລື ສານສະກັດຈາກໂສມ ຈະເປັນສ່ວນປະສົມທີ່ຊ່ວຍໄດ້ຫລາຍສຸດ.
  4. ວິຕາມິນເຊ : ການນອນເດິກແຕ່ຕື່ນເຊົ້າຈະເຮັດໃຫ້ຂອບຕາດຳຄຳ້, ຖົງກ້ອງຕາກໍເຫັນຈະແຈ້ງ. ສະນັ້ນ ການທາເຈວ ຫລື ຄຣີມບຳລຸງອ້ອມຮອບດວງຕາ ໂດຍສະເພາະທີ່ມີສ່ວນປະສົມຈາກວິຕາມິນເຊ ຈະຊ່ວຍຫລຸດຄວາມດຳຄຳ້ຂອງຂອບຕາໄດ້ ແລະ ຈະໄດ້ຜົນຍິ່ງຂຶ້ນຖ້າເອົາເຈວໄປແຊ່ໃນຕູ້ເຢັນກ່ອນຈຶ່ງເອົາມາທາ.
- 5 - ນອນເດິກແຕ່ໜ້າບໍ່ໂຊມ ມີເຕັກນິກ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!