ໂຮງງານດອກໄມ້ໄຟລະເບີດຢູ່ອິນໂດເນເຊຍ ມີຜູ້ເສຍຊີວິດຢ່າງໜ້ອຍ 47 ຄົນ

ເກີດເຫດລະເບີດໂຮງງານຜະລິດດອກໄມ້ໄຟ ໃກ້ກັບນະຄອນຫລວງຈາກາຕາຂອງອິນໂດເນເຊຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 47 ຄົນ ແລະ ບາດເຈັບອີກຫລາຍສິບຄົນ ຍັງບໍ່ຮູ້ສາເຫດ ຫລັງເປີດໄດ້ 2 ເດືອນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 26 ຕຸລານີ້ວ່າ: ຈາກຄຳບອກເລົ່າຂອງພະຍານຜູ້ຢູ່ໃນເຫດການລະບຸວ່າ: ເກີດເຫດລະເບີດຮຸນແຮງຈາກໂຮງງານຜະລິດດອກໄມ້ໄຟແຫ່ງໜຶ່ງ ເມື່ອເວລາປະມານ 10:00 ໂມງ ວັນທີ 26 ຕຸລາ ຕາມເວລາທ້ອງຖິ່ນ. ຈາກນັ້ນຍັງມີສຽງລະເບີດດັງຕໍ່ເນື່ອງເປັນໄລຍະ. ຂະນະທີ່ໄຟໄດ້ໄໝ້ໄປທົ່ວບໍລິເວນອາຄານໂຮງງານ ສົ່ງຜົນໃຫ້ຄວັນດຳລອບຂຶ້ນໄປເທິງຟ້າ.
ທ່ານ ຮາຣີ ຄູນິວານ ຫົວໜ້າສະຖານີຕຳຫລວດເມືອງຕັນເກຣັງ ນອກນະຄອນຫລວງຈາກາຕາ ເປີດເຜີຍວ່າ: ພົບຜູ້ເສຍຊີວິດແລ້ວ 47 ຄົນ, ແຕ່ການຄົ້ນຫາເຫຍື່ອຜູ້ເຄາະຮ້າຍຍັງດຳເນີນຕໍ່ໄປ ຄາດວ່າຕົວເລກຜູ້ເສຍຊີວິດອາດສູງກວ່ານີ້ ເພາະມີຄົນອີກຈຳນວນຫລາຍໂດດໜີອອກມາຈາກໄຟໄໝ້ຮຸນແຮງ.
ໂຮງງານຜະລິດດອກໄມ້ໄຟທີ່ເກີດເຫດ ຕັ້ງຢູ່ໃກ້ກັບເຂດບ່ອນຢູ່ອາໄສຂອງເມືອງຕັນເກຣັງ. ລາຍງານຂອງຕຳຫລວດລະບຸວ່າ: ໄຟໄດ້ລຸກລາມໄປຢ່າງວ່ອງໄວ ຫລັງເຫດລະເບີດຈົນເຮັດໃຫ້ຫລັງຄາໂຮງງານພັງລົງມາ ມີຜູ້ໄດ້ຮັບບາດເຈັບກວ່າ 40 ຄົນ ຖືກນຳສົ່ງໂຮງໝໍ 3 ແຫ່ງ. ທັງນີ້ ໂຮງງານຜະລິດດອກໄມ້ໄຟມີກຳມະກອນກວ່າ 100 ຄົນ.
ຫົວໜ້າສະຖານີຕຳຫລວດເມືອງຕັນເກຣັງ ກ່າວອີກວ່າ: ໂຮງງານແຫ່ງນີ້ຫາກໍເປີດໄດ້ພຽງ 2 ເດືອນ, ຕຳຫລວດຍັງຕ້ອງສືບສວນຫາສາເຫດ ແລະ ຈະເອີ້ນພະຍານມາສອບປາກຄຳອີກ. ເຈົ້າຂອງໂຮງງານ ຫລື ໃຜກໍຕາມທີ່ປະໝາດບໍ່ປະຕິບັດຕາມກົດລະບຽບດ້ານຄວາມປອດໄພ ຈະຕ້ອງຖືກລົງໂທດຕາມກົດໝາຍ.