ໂອກາດ ແລະ ສິ່ງທ້າທາຍສຳລັບເພດຍິງໃນບາງປະເທດ


ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້ ພວກເຮົາລອງຍິງສາຍຕາຂ້າມຊາຍແດນໄປເບິ່ງບັນຫາທັງດີທັງດ້ອຍທີ່ມີຕໍ່ແມ່ຍິງໃນບາງປະເທດເຊັ່ນ: ດ້ານສຸຂະພາບ ຂໍໃຫ້ເບິ່ງມາດຕະການທີ່ຟີລິບປິນ ເຊິ່ງໄດ້ເລີ່ມປະຕິບັດມາແຕ່ວັນທີ 24 ກັນຍາເປັນຕົ້ນມາ ນັ້ນຄືຄຳສັ່ງຂອງລັດຖະບານຫ້າມບໍລິສັດຕ່າງໆບັງຄັບໃຫ້ພະນັກງານເພດຍິງໃສ່ເກີບສົ້ນສູງ ເພາະມັນຈະເປັນອັນຕະລາຍຕໍ່ສຸຂະພາບຂອງແມ່ຍິງທີ່ປະຕິບັດໜ້າທີ່ດ້ວຍການເຄື່ອນໄຫວ ຫລື ຢືນເປັນເວລາດົນນານ ເຊັ່ນພະນັກງານຍິງຕາມຮ້ານສັບພະສິນຄ້າ, ໃນຂະແໜງຕ້ອນຮັບຕາມໂຮງແຮມ. ຄຳສັ່ງຫ້າມໄດ້ກຳນົດວ່າ ຄວາມສູງຂອງສົ້ນເກີບສຳລັບພະນັກງານຍິງໃນຂະແໜງວຽກທີ່ກ່າວມາຂ້າງເທິງນັ້ນຄວນຢູ່ໃນຂອບ 2,54 ຊັງຕີແມັດ ຫລື ສູງກວ່ານັ້ນແດ່ຕາມຄວາມປະສົງຂອງຜູ້ໃສ່. ບັນດາບໍລິສັດຄວນມີຂໍ້ກຳນົດຢ່າງເປັນທາງການຄັກແນ່ ກ່ຽວກັບຂະໜາດຄວາມສູງຂອງສົ້ນເກີບສຳລັບພະນັກງານຍິງ ຄືໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບຄວາມເປັນຈິງ. ນອກຈາກນັ້ນ ທາງກະຊວງແຮງງານຟີລິບປິນຍັງໄດ້ສະເໜີບັນດາບໍລິສັດໃຫ້ຄົນງານມີເວລາພັກຜ່ອນ, ມີເວລາໄດ້ນັ່ງ ເພື່ອຊົດເຊີຍເວລາທີ່ພວກເຂົາເຈົ້າໄດ້ຍ່າງເຮັດວຽກ. ພະນັກງານບັນຊີ, ຂາຍສິນຄ້າ, ເກັບລາຍຮັບ ແລະ ການຕະຫລາດໃນຟີລິບປິນນັ້ນສ່ວນໃຫຍ່ແມ່ນເພດຍິງ. ໃນດ້ານສິດທິສະເໝີພາບກັບເພດຊາຍນັ້ນ ໄດ້ມີປາກົດການໃໝ່ເກີດຂຶ້ນຢູ່ປະເທດອາຣາບີ ຊາອຸດິດ ຄືທາງການຂອງປະເທດນີ້ໄດ້ປະກາດໃນວັນທີ 26 ເດືອນກັນຍາປີນີ້ ໃຫ້ແມ່ຍິງສາມາດຂັບລົດໄດ້ ແຕ່ຄຳສັ່ງດັ່ງກ່າວຈະມີຜົນທາງປະຕິບັດນັບແຕ່ເດືອນມິຖຸນາປີ 2018 ເປັນຕົ້ນໄປ. ໃນໄລຍະແຕ່ນີ້ຮອດເວລານັ້ນ, ທາງການກ່ຽວຂ້ອງຈະກະກຽມຄວາມພ້ອມຕ່າງໆ ເຊັ່ນເອກະສານກ່ຽວກັບໃບອະນຸຍາດຂັບຂີ່, ພັດທະນາພື້ນຖານໂຄງລ່າງສຳລັບໂຊເຟີມືໃໝ່ ແລະ ໃຫ້ແມ່ຍິງມີໂອກາດໄດ້ຮຽນຂັບລົດດ້ວຍຄວາມຊຳນານ. ຢູ່ປະເທດອາຣາບີ ຊາອຸດິດ ໄດ້ມີຄຳສັ່ງຫ້າມແມ່ຍິງຂັບລົດ, ມີແຕ່ຜູ້ຊາຍເທົ່ານັ້ນຂັບໄດ້. ຍ້ອນແນວນີ້ເອງຈຶ່ງມີການນຳເຂົ້າໂຊເຟີເພດຊາຍຈາກຕ່າງປະເທດໃນຈຳນວນສູງເກືອບ 8 ແສນຄົນ. ຄາດວ່າການອະນຸຍາດໃຫ້ແມ່ຍິງຂັບລົດເອງໄດ້ນີ້ຈະເຮັດໃຫ້ຕະຫລາດຊື້-ຂາຍລົດເພີ່ມສູງຂຶ້ນທັນຕາເຫັນໃນປະເທດນີ້. ບັດນີ້ລອງມາເບິ່ງບັນຫາການຈຳແນກຕໍ່ເພດຍິງ ຢູ່ປະເທດເນປານ ທັງໆທີ່ປະເທດນີ້ມີມາດຕະການທາງກົດໝາຍຫ້າມຈຳແນກ. ປະເພນີທີ່ຖືວ່າເປັນການຈຳແນກ ແລະ ກັ່ນແກ້ງຕໍ່ເພດຍິງຢ່າງຮ້າຍແຮງໃນເນປານ ກໍຄືການແຍກປ່ຽວແມ່ຍິງທີ່ເປັນລະດູ (ເວລາລະດູມາ) ແລະ ເວລາອອກລູກໃຫ້ໄປຢູ່ຕາມລຳພັງ. ການຈຳແນກດັ່ງກ່າວເອີ້ນເປັນພາສາເນປານວ່າ ຈາວປາດີ (Chhaupadi). ສະຖານທີ່ທີ່ແມ່ຍິງທີ່ຖືກແຍກປ່ຽວຢູ່ອາໄສ ກໍຄືປ່າ ແລະ ຄອກສັກທີ່ນອກຈາກມີສະພາບສົກກະປົກ ແລະ ຍັງມີອັນຕະລາຍຮ້ອຍແປດ ເຊັ່ນກິ່ນເໝັນ, ເຊື້ອພະຍາດ ແລະ ສ່ຽງຖືກງູ ແລະ ສັດມີພິດກັດຕ່ອຍ. ໃນເດືອນກໍລະກົດປີນີ້ ເດັກຍິງທີ່ແຍກປ່ຽວໃຫ້ຢູ່ຄອກສັດຖືກງູກັດຕາຍ. ໃນຕົວຈິງແລ້ວ ສານເນປານໄດ້ສັ່ງຫ້າມປະເພນີຈາວປາດີມາໄດ້ 10 ປີແລ້ວ ແຕ່ໃນຕົວຈິງພັດຍັງຢຸດບໍ່ໄດ້. ຍ້ອນແນວນີ້ເອງ, ລັດຖະສະພາເນປານຈຶ່ງໄດ້ຍົກລະດັບການສັ່ງຫ້າມໃຫ້ກາຍເປັນກົດໝາຍ ຫວ່າງບໍ່ດົນມານີ້ ເຊິ່ງໄດ້ກຳນົດໂທດຕໍ່ຜູ້ແຍກປ່ຽວແມ່ຍິງດ້ວຍໂທດຈຳຄຸກ 3 ເດືອນ ຫລື ປັບໄໝເປັນເງິນຈຳນວນສູງ ຫລື ທັງຈຳຄຸກທັງປັບ. ກໍຕ້ອງລໍຟັງເບິ່ງວ່າການປະຕິບັດກົດໝາຍນີ້ຈະມີຜົນສັກສິດໜ້ອຍຫລາຍປານໃດ.