ບໍລິຄຳໄຊຈະເປີດປະຕູທ່ອງທ່ຽວໃນມື້ບຸນນະມັດສະການພະທາດພະບາດໂພນສັນ


ຜູ້ຮັບຜິດຊອບວຽກງານ ທ່ອງທ່ຽວແຂວງບໍລິຄຳໄຊເປີດ ເຜີຍວ່າ: ແຂວງບໍລິຄຳໄຊ ຈະ ຖືເອົາມື້ຈັດບຸນນະມັດສະການ ພະທາດພະບາດໂພນສັນ ວັນທີ 18 ມັງກອນ 2018 ເປັນມື້ເປີດປີ ທ່ອງທ່ຽວແຂວງ, ເຊິ່ງວັດພະ ບາດໂພນສັນແຫ່ງນີ້ໄດ້ຖືກຮັບ ຮອງເປັນມໍລະດົກໃນລະດັບ ທ້ອງຖິ່ນມາແລ້ວໂດຍຈະຈັດ ໃຫ້ມີກິດຈະກຳຕ່າງໆ ເພື່ອແນ ໃສ່ດຶງດູດນັກທ່ອງທ່ຽວເຂົ້າ ມາທ່ຽວ ແຂວງບໍລິຄຳ ໄຊເພີ່ມ ຂຶ້ນ, ນອກນີ້ ຄະນະກຳມະການ ຍັງຈະມີການປຶກສາຫາລື ແລະ ວາງແຜນຈັດຂະບວນຄາລະ ວານເພື່ອແນະນຳສະຖານທີ່ ທ່ອງທ່ຽວ ແລະ ງານບຸນປະເພນີ ຕ່າງໆ ເຊັ່ນບຸນບັ້ງໄຟ 10 ລ້ານ, ບຸນອອກພັນສາ, ບຸນຊ່ວງເຮືອ ແລະ ອື່ນໆ ເຊິ່ງຄາດຄະເນວ່າ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວ ຊົມແຂວງ ເພີ່ມຂຶ້ນຈາກປີຜ່ານ ມາຢ່າງແນ່ ນອນ,


ເນື່ອງຈາກວ່າ ແຂວງມີຄວາມສະດວກສະບາຍ ຫລາຍດ້ານເປັນຕົ້ນການຄົມ ມະນາຄົມ, ດ່ານຊາຍແດນທີ່ ຕິດກັບປະເທດ ເພື່ອນບ້ານ, ຕາມຕົວເລກໃນປີ ຜ່ານມາ, ມີ ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແຂວງບໍລິຄຳໄຊ ທັງໝົດ 5 ແສນ ເທື່ອຄົນ ແລະ ຄາດວ່າໃນປີ 2018 ນີ້ຈະເພີ່ມຂຶ້ນ 10-20% ຂອງປີຜ່ານມາ ແລະ ແຂວງ ບໍລິ ຄຳໄຊຍັງເປັນ ແຂວງ ທາງຜ່ານ ໄປປະເທດໃກ້ຄຽງ, ສ່ວນໃຫຍ່ ນັກທ່ອງທ່ຽວຈະມາພັກເຊົາ ແຮມຄືນໃນໄລຍະສັ້ນເທົ່ານັ້ນ, ດັ່ງນັ້ນແຂວງ ບໍລິຄຳໄຊ ຈະ ຕ້ອງໄດ້ເອົາໃຈ ໃສ່ວຽກງານ ໂຄ ສະນາເຜີຍແຜ່ສະຖານທີ່ທ່ອງ ທ່ຽວທາງທຳມະຊາດ, ວັດທະ ນະທຳ ແລະ ຮີດຄອງປະເພນີ ຂອງຕົນໃຫ້ກວ້າງຂວາງຕື່ມອີກ.



