ດີໃຈທີ່ທ່ານນາຍົກລັດຖະມົນຕີບໍ່ໃຫ້ສວຍໃຊ້ ຄຳວ່າ: ຫັນທີ່ດິນ-ຫັນຊັບເປັນທຶນ


ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງທັງຫລາຍ, ຫລາຍຄົນກໍອາດຈະດີໃຈເມື່ອໄດ້ຮັບຮູ້ວ່າລັດຖະບານພວມເລັ່ງແກ້ໄຂບັນຫາທີ່ດິນ ດ້ວຍການສ້າງຍຸດທະສາດຄຸ້ມຄອງການນຳໃຊ້ທີ່ດິນຄືນໃໝ່, ພາຍຫລັງເຫັນວ່ານະໂຍບາຍກ່ຽວກັບທີ່ດິນອັນເກົ່າຍັງມີຊ່ອງຫວ່າງຫລາຍ, ກໍ່ໃຫ້ເກີດມີການສວຍໃຊ້ເພື່ອຜົນປະໂຫຍດຂອງບຸກຄົນ, ກຸ່ມຄົນ ແລະ ນັກທຸລະກິດຈຳນວນໜຶ່ງ, ສ່ວນເບື້ອງລັດ ແລະ ປະຊາຊົນຊ້ຳພັດເສຍຜົນປະໂຫຍດ ແລະ ບໍ່ໄດ້ຮັບຄວາມຍຸຕິທຳ ແລະ ອັນສຳຄັນແມ່ນຈະບໍ່ໃຫ້ສວຍໃຊ້ຄຳວ່າ: “ຫັນດິນເປັນທຶນ, ຫັນຊັບພະຍາກອນເປັນທຶນໄປໃນທາງທີ່ຜິດພາດຕ່າງໆ”. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕໍ່ຂໍ້ຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ IV ເຊິ່ງພວມດຳເນີນຢູ່ປັດຈຸບັນນີ້.
ໃນສະພາບສັບສົນດັ່ງກ່າວ ຫລາຍຄົນກໍອາດຈະເຫັນ ແລະ ຮັບຮູ້ ແຕ່ຜູ້ຈະແກ້ ແລະ ເຮັດໃຫ້ຖືກຕ້ອງແທ້ພັດມີໜ້ອຍ ໂດຍສະເພາະແມ່ນການຫັນດິນເປັນທຶນ ຫລື ການແລກປ່ຽນໂຄງການຕ່າງໆ ເຊິ່ງມີລັກສະນະຊະຊາຍ ລັດເສຍຜົນປະໂຫຍດໄປເປັນຈຳນວນບໍ່ໜ້ອຍ. ດັ່ງທ່ານນາຍົກໄດ້ຕີລາຄາວ່າ: ຄວາມສັບສົນນັ້ນດີບໍ່ດີຈົນຈະກາຍເປັນບັນຫາສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງຂອງຊາດ. ດັ່ງນັ້ນ ຈຶ່ງໄດ້ຕັດສິນໃຈສະເໜີສ້າງຍຸດທະສາດກ່ຽວກັບການຄຸ້ມຄອງນຳໃຊ້ທີ່ດິນຂຶ້ນ ແລະ ມາຮອດປັດຈຸບັນ ຄະນະບໍລິຫານງານສູນກາງພັກກໍໄດ້ອອກເປັນມະຕິແລ້ວ ເພື່ອລັດຖະບານຈະເລັ່ງແກ້ໄຂບັນຫາທີ່ດິນໃຫ້ໄປຕາມກົດໝາຍຢ່າງເຂັ້ມງວດ ເຮັດໃຫ້ທີ່ດິນຊັບສົມບັດຂອງວົງຄະນາຍາດແຫ່ງຊາດນັ້ນໄດ້ນຳໃຊ້ຢ່າງທົ່ວເຖິງ, ສົມເຫດສົມຜົນ, ມີປະສິດທິຜົນສູງ ແລະ ນຳຄຸນຄ່າສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.