ມາຮູ້ຈັກປະຕູໄຊຕື່ມອີກ


ປະຕູໄຊ ເຊິ່ງ ຊື່ເດີມເອີ້ນວ່າ “ອະນຸສາວະລີໄຊຊະນະ” ປ່ຽບ ເໜືອນກັບ “ອາກເດີ ທຣີອົມ” (ຢູ່ ໃນນະຄອນປາຣີ ປະເທດຝຣັ່ງ) ໂດຍໄດ້ຮັບການກໍ່ສ້າງຂຶ້ນໃນ ປີ ຄສ 1957-1962 ມີຄວາມ ສູງ 49 ແມັດ. ຕັ້ງຢູ່ໃຈກາງ ນະຄອນຫລວງຽງຈັນ, ບໍລິເວນ ຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນ ວ່າຊ້ອງເອລີເຊ້ ເຊິ່ງເປັນຖະໜົນ ຢູ່ໃນປາຣິເຊັ່ນກັນ). ເພື່ອເປັນອາ ນຸສອນໃຫ້ແກ່ການປະກາດເອ ກະລາດຂອງ ສປປ ລາວ ອອກ ຈາກແອກ ປົກຄອງຂອງລ່າ ເມືອງຂຶ້ນຝຣັ່ງ, ໂດຍສ້າງຂຶ້ນ ຕາມສັດສ່ວນຕຳລາອັນສຳຄັນ ຂອງຊາວພຸດຄື 3-7-9 ຮູບຊົງ ດ້ານເທິງ ຂອງປະຕູໄຊແມ່ນມີລັກ ສະນະຄ້າຍຄືກັບ “ຜາສາດທັດ ສ໌ມາຮານ” ທີ່ຢູ່ປະເທດອິນເດຍ ແລະ ດ້ານໃນຖືກປະດັບດ້ວຍສີ ລະປະລວດລາຍອັນເປັນເອກະ ລັກຂອງລາວທີ່ມີສີສັນງົດງາມ ລວມທັງຮູບປັ້ນນາງກິນນະລີ.


ນັກທ່ອງທ່ຽວ ທີ່ມາທ່ຽວ ຊົມສາມາດຂຶ້ນໄປສູ່ຊັ້ນສູງ ສຸດເພື່ອຊົມທົວທັດອັນງົດງາມ ຂອງຕົວເມືອງໃນນະຄອນ ຫລວງວຽງຈັນ. ຢູ່ບໍລິເວນ ດ້ານ ລຸ່ມກໍເປັນເດີ່ນກວ້າງ ປະກອບໄປ ດ້ວຍອ່າງນ້ຳພຸ ແລະ ດອກໄມ້ ນາໆ ຊະນິດ-ຫລາຍແນວພັນ ທີ່ ສົ່ງກິ່ນອັນຫອມຫວນ ແລະ ສີ ສັນສົດໃສຕະການຕາ. ອັນເປັນ ສະຖານທີ່ທ່ອງທ່ຽວ ທີ່ລືຊື່ອີກ ແຫ່ງໜຶ່ງໃນນະຄອນຫລວງ ວຽງຈັນ ແລະ ແຕ່ລະປີສາມາດ ດຶງດູດນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແລະ ເກັບພາບເອົາ ໄວ້ເປັນທີ່ລະນຶກເພື່ອສະແດງ ໃຫ້ຮູ້ວ່າໄດ້ ເດີນທາງມາຮອດ ນະຄອນຫລວງວຽງຈັນແຫ່ງ ສປປ ລາວ ແລ້ວ.


ຮອງຫົວໜ້າໜ່ວຍງານ ກອງຮັກສາຄວາມສະອາດ ແລະ ປະດັບປະດາຕົວເມືອງໄດ້ແຈ້ງ ໃຫ້ນັກຂ່າວລາວພັດທະນາເຮົາ ຮູ້ວ່າ: ເພື່ອເປັນການຮອງຮັບປີ ທ່ອງທ່ຽວລາວ 2018 ໃຫ້ມີ ບັນ ຍາກາດຟົດຟື້ນຍິ່ງຂຶ້ນ, ນອກຈາກ ນະຄອນຫລວງວຽງຈັນໄດ້ເລັ່ງ ອະນາໄມປະດັບປະດາ ຕົວເມືອງ ດ້ວຍໄຟແສງສີຕ່າງໆ ແລ້ວ, ໜ່ວຍງານຂອງຕົນຈະເລັ່ງຕົບ ແຕ່ງອານຸສາວະລີແຫ່ງນີ້ດ້ວຍ ການເຮັດອະນາໄມ, ຕິດຕັ້ງລະ ບົບໄຟແສງສະຫວ່າງຄືນໃໝ່ ເພື່ອຜູ້ມາທ່ຽວໄດ້ສຳພັດກັບ ຄວາມງົດງາມ ແລະ ຄວາມໂດດ ເດັ່ນອັນເປັນເອກະລັກສະເພາະ ນະຄອນວຽງຈັນພວກເຮົາ.





















