ຜົນກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017

- 422d717b 7d54 438e 8f4e 84c212955d7a - ຜົນກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017
- kitchen vibe - ຜົນກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017

ກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017 ໄດ້ຈັດຂຶ້ນໃນວັນທີ 25-26 ນີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນຕ່າງໆທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ແລະ ສະພາບຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນປີ 2017, ການປັບປຸງບັນຍາກາດການດໍາເນີນທຸລະກິດໃນ ສປປ ລາວ, ຄວາມຄືບໜ້າການອ່ວຍໜີ້ສາມແຈໃຫ້ແກ່ໂຄງການລົງທຶນຂອງລັດ, ສະພາບການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນ, ການຄຸ້ມຄອງດ່ານສາກົນ ແລະ ການຂົນສົ່ງທາງບົກ, ການສົ່ງເສີມປູກໄມ້ເປັນສິນຄ້າ ແລະ ການປັບປຸງຜະລິດຕະພັນໄມ້ສົ່ງອອກຕ່າງປະເທດ ແລະ ຕໍ່ບັນຫາຕ່າງໆ, ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນທີ່ມີດ່ານສາກົນຕັ້ງຢູ່ເພື່ອຄົ້ນຄວ້າປຶກສາຫາລືການກຳນົດມາດຖານດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ, ພ້ອມທັງໃຫ້ສືບຕໍ່ປັບປຸງຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານສາກົນ, ດຳລັດວ່າດ້ວຍຄະນະຄຸ້ມຄອງການຂົນສົ່ງທາງບົກລະດັບຊາດເພື່ອໃຫ້ລັດຖະບານໄດ້ພິຈາລະນາຕົກລົງໂດຍໄວ. ສ່ວນການຄົ້ນຄວ້າບັນຫາທີ່ດິນແມ່ນໄດ້ເຫັນດີຮັບຮອງທາງດ້ານຫລັກການບົດລາຍງານຂອງຄະນະສະເພາະກິດໃນການກວດກາ, ສະຫລຸບຕີລາຄາ, ວິໄຈສະພາບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນຜ່ານມາ, ຮັບຮອງຮ່າງແຜນຈັດສັນທີ່ດິນແຫ່ງຊາດ. ພ້ອມນີ້, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງແຜນ ການ ແລະ ການລົງທຶນ ເປັນເຈົ້າການສົມທົບກະຊວງກ່ຽວຂ້ອງຮີບຮ້ອນກຳນົດວິທີການ ແລະ ມາດຕະການແກ້ໄຂຂັ້ນຂອດ, ໄລຍະເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ເພື່ອເຮັດໃຫ້ການບໍລິການດຳເນີນທຸລະກິດຢູ່ ສປປ ລາວລວມສູນ, ຜ່ານປະຕູດຽວ, ວ່ອງໄວ ແລະ ມີປະສິດທິພາບ ເພື່ອໃຫ້ໄດ້ປະກາດໃຊ້ໃນໄວໆນີ້. ສ່ວນການແກ້ໄຂໜີ້ສິນດ້ວຍຮູບແບບອວ່າຍໜີ້ 3 ແຈ ແມ່ນຕົກລົງເຫັນດີ ອ່ວາຍໜີ້ຈໍານວນ 3.250 ຕື້ກີບພາຍໃຕ້ເງື່ອນໄຂ: (1) ໂຄງການໃນແຜນ. (2) ໂຄງການທີ່ຜ່ານການກວດກາສຳເລັດ100%. (3) ໂຄງການທີ່ສະພາແຫ່ງ ຊາດຮັບຮອງ ແລະ (4) ໂຄງການທີ່ໄດ້ກູ້ຢືມຈາກທະນາຄານທຸລະກິດທີ່ໄດ້ຮັບການຢັ້ງຢືນຈາກທະນາຄານທຸລະກິດ ແລະ ທະນາຄານກາງ ໂດຍໃຫ້ກຳນົດເຂົ້າໃນແຜນຊຳລະນັບແຕ່ປີ 2018 ເປັນຕົ້ນໄປປີລະ 300 ຕື້ກີບ. ກອງປະຊຸມໄດ້ຊີ້ນຳໃຫ້ປັບປຸງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າສະບັບ 1833 ໂດຍເຫັນດີໃຫ້ເພີ່ມ 6 ລາຍການຜະລິດຕະພັນໄມ້ສົ່ງອອກ ແລະ ປັບຂະໜາດ ຜະລິດຕະພັນໄມ້ໃນ 12 ລາຍການໃຫ້ສອດຄ່ອງກັບຄວາມເປັນຈິງ.

- Visit Laos Visit SALANA BOUTIQUE HOTEL - ຜົນກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017
- 5 - ຜົນກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!