ປະທານ​ສະພາ​ການ​ຄ້າ ສະ​ເໜີ 6 ບັນຫາ​ໃຫ້​ລັດຖະບານ​ຄົ້ນ​ຄວ້າ​ພິຈາລະນາ

- Trade President - ປະທານ​ສະພາ​ການ​ຄ້າ ສະ​ເໜີ 6 ບັນຫາ​ໃຫ້​ລັດຖະບານ​ຄົ້ນ​ຄວ້າ​ພິຈາລະນາ
- kitchen vibe - ປະທານ​ສະພາ​ການ​ຄ້າ ສະ​ເໜີ 6 ບັນຫາ​ໃຫ້​ລັດຖະບານ​ຄົ້ນ​ຄວ້າ​ພິຈາລະນາ

​ໃນ​ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ຕຸລາ​ນີ້, ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ, ນະຄອນຫລວງ​ວຽງຈັນ, ​ໂດຍ​ການ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄຳ​ພັນ ພົມ​ມະ​ທັດ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ມີ​ທ່ານປະທານ​, ຮອງ​ປະທານ ​ແລະ ພະນັກງານສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ແລະ ພາກ​ທຸລະ​ກິດ​ເຂົ້າ​ຮ່ວມ​.

ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ຮັບ​ຟັງ ​ແລະ ​ເຊື່ອມ​ຊຶມ​ມະຕິ​ຂອງ​ກອງປະຊຸມ​ຄະນະບໍລິ​ຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 10 ​ແລະ ​ແຜນ​​ພັດທະນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ 8 ​ແຕ່​ປີ 2016-2020 ຈາກ​ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ຊຶ່ງ​ທ່ານ​ໄດ້​ຊີ້ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຕໍ່​ພາກ​ທຸລະ​ກິດ​ໃນ​ໂຄງ​ປະກອບ​​​ເສດຖະກິດ​ຂອງ​ຊາດ ​ແລະ ​ເຫັນ​ຄວາມ​ສຳຄັນ​ໃນ​ການ​ບຸກທະລຸ ​ເພື່ອ​ປ່ຽນ​ແປງ​ລະບອບ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ໄປ​ສູ່​ການ​ຄຸ້ມ​ຄອງ​ທີ່​ສົ່ງ​ເສີມ​ການ​ຜະລິດ​ແຫ່ງ​ຊາດ​ໄປ​ຕາມ​ເສດຖະກິດ​ຕະຫລາດ ​ແລະ ມີ​ຄວາມ​ໂປ່​ງ​ໃສ.

- Visit Laos Visit SALANA BOUTIQUE HOTEL - ປະທານ​ສະພາ​ການ​ຄ້າ ສະ​ເໜີ 6 ບັນຫາ​ໃຫ້​ລັດຖະບານ​ຄົ້ນ​ຄວ້າ​ພິຈາລະນາ

ທ່ານ ອຸ​ເດດ ສຸວັນນະ​ວົງ ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ​ໄດ້​ລາຍ​ງານ​ສະພາບ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ປັດ​ຈຸ​ບັນ​ຢູ່​ລາວ ​ແລະ ​ໄດ້​ລາຍ​ງານ 4 ໜ້າ​ວຽກ​ຈຸດ​ສຸມ​ທີ່ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພາກ​ທຸລະ​ກິດ, ພ້ອມ​ນີ້ ກໍ​ໄດ້ນໍາ​ສະ​ເໜີ 6 ບັນຫາ​ສຳຄັນ​ ​ເພື່ອໃຫ້​ພາ​ກລັດຖະບານ ​ໄດ້​ຄົ້ນຄວ້າ​ພິຈາລະນາ​ຄື: 1. ນະ​ໂຍບາຍ​ສົ່ງ​ເສີມ​ທຸລະ​ກິດ​ຂະ​ໜາດ​ນ້ອຍ ​ແລະ ກາງ; 2. ການ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ສະພາກ​ານຄ້າ ​ແລະ ອຸດສາຫະກຳ, ສະມາຄົມ ​​ແລະ ກຸ່ມ​ທຸລະ​ກິດ; 3. ການ​ປັບປຸງ​ກົນ​ໄກ​ການ​ສ້າງ​ຕັ້ງ ວິ​ສາ​ຫະກິດ​ໃຫ້​ກະທັດ​ຮັດ​, ​ໃຊ້​ເວລາ​ນ້ອຍ​ແຕ່​ເພີ່ມ​ກົນ​ໄກ​ການ​ກວດກາ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ຢ່າງ​​ເປັນ​ລະບົບ; 4. ການ​ກວດກາ​ຄືນ ​ແລະ ລົບ​ລ້າງ​ຄຳ​ສັ່ງ​ທີ່​ສະກັດ​ກັ້ນ​ການ​ເຄື່ອນ​ຍ້າຍ​ຈໍລະ​ຈອນ​ສິນຄ້າ ​ແລະ ການ​ດຳ​ເນີນ​ທຸລະ​ກິດ; 5. ການ​ໃຫ້ການ​ຍ້ອງ​ຍໍ ​​ແລະ ການ​ມອບ​ລາງວັນ​ໃຫ້​ວິ​ສາ​ຫະກິດ​ດີ​ເດັ່ນ, SME ​ດີ​ເດັ່ນ, ຜູ້​ລົງທຶນ​ຕ່າງປະ​ເທດ​ດີ​ເດັ່ນ​ ​ເພື່ອ​ເພີ່ມ​ທະວີ​ທັດສະນະ​ແຂ່ງຂັນ​ໃນ​ວົງ​ທຸລະ​ກິດ​ຢູ່​ລາວ ​ແລະ 6. ການ​ນຳ​ໃຊ້ Hotline ຂອງ​ບັນດາ​ກະຊວງ​ໃຫ້​ໄດ້​ດີກ​ວ່າ​ເກົ່າ.

​ໃນ​ຕອນ​ຄ່ຳຂອງ​ວັນ​ດັ່ງກ່າວ, ຍັງ​ໄດ້​ມີ​ພິທີ​ມອບ​ລາງວັນ​ທຸລະ​ກິດ SME ດີ​ເດັ່ນ​ຂອງ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ປະຈຳ​ປີ 2017 ​ເພື່ອ​ໃຫ້​ເປັນ​ຂວັນ​ກຳລັງ​ໃຈ ​ໃຫ້​ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ ​ໄດ້​ສືບ​ຕໍ່​ສ້າງ​ຜົນງານ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

- 5 - ປະທານ​ສະພາ​ການ​ຄ້າ ສະ​ເໜີ 6 ບັນຫາ​ໃຫ້​ລັດຖະບານ​ຄົ້ນ​ຄວ້າ​ພິຈາລະນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!