ກະຊວງການຄ້າປັບຂຶ້ນລາຄານ້ຳມັນຕື່ມອີກ 100 ກີບຕໍ່ລິດ
October 26, 2017 - 6:59 PM


ວັນທີ 26 ຕຸລານີ້, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ອອກແຈ້ງການເລກທີ 1764/ອຄ.ກຄພນ ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ເລື່ອງປັບຂຶ້ນລາຄາຍ່ອຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດນັບແຕ່ 6 ໂມງຂອງວັນທີ 27 ຕຸລານີ້ເປັນຕົ້ນໄປ, ການປັບຂຶ້ນຄັ້ງນີ້ແມ່ນອີງຕາມສະພາບລາຄາຊື້-ຂາຍນ້ຳມັນເຊື້ອໄຟຢູ່ຕະຫລາດໂລກໃນປັດຈຸບັນໄດ້ມີການປ່ຽນແປງ ແລະ ເພື່ອສອດຄ່ອງກັບກົນໄກຕະຫລາດ ເຮັດໃຫ້ລາຄານ້ຳມັນແອັດຊັງພິເສດຢູ່ນະຄອນຫລວງວຽງຈັນຂຶ້ນເປັນ 9.210 ກີບຕໍ່ລິດ(ຂື້ນ 100 ກີບ) ແລະ ກາຊວນ 7.180 ກີບຕໍ່ລິດ (ຂຶ້ນ 100 ກີບ) ແລະ ບັນດາແຂວງອື່ນໆທີ່ໄດ້ມີການປັບຂຶ້ນລາຄານ້ຳມັນ.