ປະຊາຊົນຊ່ວຍກັນຈັບໂຈນລັກລົດຈັກໄດ້ 1 ຄົນ
June 24, 2024 - 11:52 AM


ວັນທີ 23 ມິຖຸນາ 2024 ເວລາປະມານ 14:00 ໂມງ, ປະຊາຊົນ ບ້ານຫີນລັບ ເມືອງຫີນເຫີບ ແຂວງວຽງຈັນ ໄດ້ຊ່ວຍກັນຈັບໂຈນທີ່ມາລັກລົດຈັກ ແລະ ສາມາດຈັບໄດ້ 1 ຄົນ ເປັນສາວປະເພດສອງ, ສ່ວນອີກ 1 ຄົນ ແມ່ນຫລົບໜີແລ່ນເຂົ້າປ່າ.
ດັ່ງນັ້ນ, ປະຊາຊົນຈຶ່ງນຳຕົວໂຈນຄົນດັ່ງກ່າວໄປມອບໃຫ້ເຈົ້າໜ້າທີ່ຕຳຫລວດສືບສວນ-ສອບສວນ ຫາກຸ່ມຜູ້ຮ່ວມຂະບວນການ ເພື່ອເລັ່ງນຳຈັບຕົວມາດຳເນີນຄະດີຕາມກົດໝາຍ.