ຫາລືວຽກງານການຄຸ້ມຄອງບໍລິຫານ 3 ພະຍາດ


ກອງປະຊຸມປະສານງານ ວຽກງານຄຸ້ມຄອງບໍລິຫານ 3 ພະຍາດ (ATM) ໄດ້ຈັດຂຶ້ນ ໃນວັນທີ 26 ຕຸລານີ້ທີ່ນະຄອນ ຫລວງວຽງຈັນ, ໂດຍກະຊວງສາ ທາລະນະສຸກ, ເຊິ່ງມີຫົວໜ້າ, ຮອງຫົວໜ້າກົມ ແລະ ຄູ່ຮ່ວມ ພັດທະນາເຂົ້າຮ່ວມ.
+ ລາວຫາລືກຳນົດວິໄສທັດພັດທະນາແມ່ຍິງລາວ
+ ເມືອງສັງທອງດຳເນີນກອງປະຊຸມຄະນະບໍລິຫານງານພັກເມືອງປະຈຳໄຕມາດ III
ທ່ານ ຄຳເພັດ ມະນີວົງ ຫົວໜ້າກົມແຜນການ ແລະ ການ ຮ່ວມມືສາກົນກະຊວງສາທາລະນະສຸກກ່າວວ່າ: ນັບແຕ່ປີ 2003 ເປັນຕົ້ນມາ, ອົງການ ກອງທຶນ ໂລກໄດ້ສະໜັບສະໜູນ ດ້ານງົບ ປະມານໃຫ້ແກ່ 3 ພະຍາດຄື: ພະຍາດເອສ, ວັນນະໂລກ ແລະ ພະຍາດມາເລເລຍ ແລະ ປັດ ຈຸບັນກໍໄດ້ສະໜັບສະໜູນໂຄງ ການ HSS ຕື່ມອີກເພື່ອເຮັດ ໃຫ້ວຽກງານດັ່ງກ່າວນີ້ມີ ຄວາມ ເຊື່ອມໂຍງທາງດ້ານນະໂຍບາຍ ແລະ ເຮັດໃຫ້ວຽກງານ ດັ່ງກ່າວ ນີ້ມີຄວາມສອດຄ່ອງກັບແນວ ທາງການປະຕິຮູບສາທາລະນະ ສຸກຂອງລາວ.
ກອງປະຊຸມຄັ້ງນີ້, ແມ່ນ ມີຄວາມສຳຄັນຫລາຍສຳລັບ ການຄຸ້ມຄອງບໍລິຫານວຽກ ງານກອງທຶນໂລກ ແລະ ຈະໄດ້ ນຳສະເໜີການປ່ຽນທິດຈາກ PR ເກົ່າມາເປັນ PR ໃໝ່, ພ້ອມ ທັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງ 3 ພະຍາດ ດັ່ງກ່າວ ແລະ ໂຄງການສ້າງ ຄວາມເຂັ້ມແຂງດ້ານສາທາລະນະສຸກ HSS ແລະ ແຜນການ ຈັດຕັ້ງປະຕິບັດທີ່ໄດ້ຮັບງົບປະມານ ຊ່ວຍເຫຼືອຈາກອົງການກອງທຶນ ໂລກໃນຮອບປີ 2018-2020 ນອກນັ້ນ ຍັງຈະໄດ້ປຶກສາຫາ ລືຂໍ້ຄົງຄ້າງສິ່ງທ້າທາຍຕ່າງໆ ເພື່ອພ້ອມກັນຊອກຫາວິທີທາງ ໃນການແກ້ໄຂ.