ເລສເຕີ ຊິຕີ ແຕ່ງຕັ້ງ ປູແອລ ຄຸມທີມແລ້ວ

- news201710260159382 - ເລສເຕີ ຊິຕີ ແຕ່ງຕັ້ງ ປູແອລ ຄຸມທີມແລ້ວ
- kitchen vibe - ເລສເຕີ ຊິຕີ ແຕ່ງຕັ້ງ ປູແອລ ຄຸມທີມແລ້ວ

- news201710260159382 300x169 - ເລສເຕີ ຊິຕີ ແຕ່ງຕັ້ງ ປູແອລ ຄຸມທີມແລ້ວ
ສະໂມສອນ ເລສເຕີ ຊິຕີ ປະກາດແຕ່ງຕັ້ງ ໂຄລົດ ປູ ແອລ ເປັນຜູ້ຈັດການທີມຮຽບ ຮ້ອຍແລ້ວ ໂດຍເຊັນສັນຍາ ຮ່ວມວຽກກັນຈົນເຖິງປີ 2020.
ປູແອລ ອາຍຸ 56 ປີ ຈະ ເຂົ້າມາຄຸມ ເລສເຕີ ຊິຕີ ແທນ ເຄຣັກ ເຊັກສະເປຍ ທີ່ຫາກໍຖືກ ໄລ່ອອກຈາກຕຳແໜ່ງໃນວັນທີ 17 ຕຸລາຜ່ານມາ ຫຼັງຈາກ ເຊັກສະເປຍ ພາທີມເຮັດຜົນ ງານໄດ້ໜ້າຜິດຫວັງໃນລະດູ ການນີ້ ໂດຍປັດຈຸບັນ ເລສເຕີ ຊຕີ ຍັງຢູ່ອັນດັບ 14 ຂອງຕາ ຕະລາງຄະແນນພຣີເມຍລີກ.
ປູແອລ ໄດ້ກວ່າວ່າ: “ມັນເປັນຄວາມຮູ້ສຶກທີ່ພິເສດຫຼາຍ ທີ່ໄດ້ມາເປັນຜູ້ຈັດການ ທີມຄົນໃໝ່ຂອງ ເລສເຕີ ຊິຕີ ເຊິ່ງເປັນສະໂມສອນທີ່ມີ ຄວາມທະເຍີທະຍານເຊັ່ນ ດຽວກັບຂ້ອຍ ການມີໂອກາດ ເຂົ້າມາຊ່ວຍສະໂມສອນສືບຕໍ່ ຄວາມສຳເລັດໃນໄລຍະສອງປີຫຼັງນີ້ ຖືເປັນສິ່ງທີ່ໜ້າຕື່ນເຕັ້ນ ສຳລັບຂ້ອຍ ເຊິ່ງຂ້ອຍກໍພ້ອມ ແລ້ວທີ່ຈະໄດ້ຮ່ວມວຽກກັບ ເຈົ້າຂອງສະໂມສອນ, ບັນດາ ນັກເຕະ, ຜູ້ຊ່ວຍ ແລະ ກອງ ເຊຍບ່ອນນີ້”.
ສຳລັບເກມທຳອິດຂອງ ປູແອລ ໃນຖານະຜູ້ຈັດການ ທີມ ເລສເຕີ ຊິຕີ ຄືການພາ ທີມລົງເຕະເກມລີກກັບ ເອຟເວີ ຕັນ ທີ່ ຄິງພາວເຕີ ໃນວັນອາ ທິດທີ 29 ຕຸລານີ້.

- 3 - ເລສເຕີ ຊິຕີ ແຕ່ງຕັ້ງ ປູແອລ ຄຸມທີມແລ້ວ
- Visit Laos Visit SALANA BOUTIQUE HOTEL - ເລສເຕີ ຊິຕີ ແຕ່ງຕັ້ງ ປູແອລ ຄຸມທີມແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!