5 ວິທີສອນລູກບໍ່ໃຫ້ເປັນເດັກເອົາແຕ່ໃຈ

- 5                                                                                                  - 5 ວິທີສອນລູກບໍ່ໃຫ້ເປັນເດັກເອົາແຕ່ໃຈ
- kitchen vibe - 5 ວິທີສອນລູກບໍ່ໃຫ້ເປັນເດັກເອົາແຕ່ໃຈ

ເດັກນ້ອຍທຸກຄົນຍາກເປັນທີ່ຮັກທີ່ສຸດຂອງພໍ່ແມ່ ແລະ ມັກຈະມີການຮຽກຮ້ອງຄວາມສົນໃຈໃນແບບຂອງຕົນເອງ ແຕ່ຖ້າຫາກຮຽກຮ້ອງຄວາມສົນໃຈນັ້ນ ເຮັດໄປໃນທາງທີ່ບໍ່ເໝາະສົມ ຫຼື ຫຼາຍເກີນໄປ ກໍອາດເຮັດໃຫ້ລູກເປັນຄົນທີ່ເອົາແຕ່ໃຈໄດ້ ແລ້ວຈະເຮັດແນວໃດດີ ເມື່ອລູກເລີ່ມມີອາການເອົາແຕ່ໃຈ?

  1. ສັງເກດພຶດຕິກໍາລູກວ່າເປັນຫຍັງເຖິງມີອາການເອົາແຕ່ໃຈ: ເພາະພໍ່ແມ່ນັ້ນ ຖືໄດ້ວ່າເປັນສູນກາງຂອງລູກ ບໍ່ວ່າຈະເປັນເລື່ອງເລັກນ້ອຍພຽງໃດ ພໍ່ແມ່ກໍຕ້ອງໃສ່ໃຈລູກ ເຊັ່ນ: ພໍ່ແມ່ໃຫ້ຄວາມສົນໃຈນ້ອງຫຼາຍກວ່າ ອາດເຮັດໃຫ້ລູກຮູ້ສຶກວ່າຈະສູນເສຍພໍ່ແມ່ໄປ ລູກຈຶ່ງຕ້ອງພະຍາຍາມເຮັດທຸກຢ່າງເພື່ອໃຫ້ພໍ່ແມ່ສົນໃຈນັ້ນເອງ.
  2. ເມື່ອຮູ້ເຫດຜົນຂອງອາການເອົາແຕ່ໃຈຂອງລູກ ຄວນຮີບແກ້ບັນຫານັ້ນທັນທີ ເຊັ່ນ: ເມື່ອນັ່ງຫຼິ້ນນໍາກັນ ແຕ່ມີຄົນໂທມາຫາເຈົ້າ ເຈົ້າຕ້ອງອອກໄປລົມໂທລະສັບດົນ ອາດເຮັດໃຫ້ລູກຮູ້ສຶກວ່າຖືກດຶງຄວາມສົນໃຈໄປຈາກເຂົາ ຖ້າຮູ້ວ່າທີ່ລູກເອົາແຕ່ໃຈເພາະເຫດນີ້ ຄັ້ງຕໍ່ໄປກໍຄວນຫຼີກ​ເວັ້ນເຮັດຕອນທີ່ລູກສົນໃຈກັບສິ່ງອື່ນຢູ່ຈະດີກວ່າ.
  3. ເບິ່ງພັດທະນາການຕາມຊ່ວງໄວຂອງລູກ: ຢ່າລືມເບິ່ງອາຍຸຂອງລູກ ວ່າລູກຍັງນ້ອຍຍັງຈັດການກັບອາລົມຂອງຕົວເອງໄດ້ບໍ່ດີ ອາດຈະມີຮ້ອງໄຫ້ ນັ້ນເປັນເພາະລູກຍັງນ້ອຍ ເລື່ອງຮຽກຮ້ອງຄວາມສົນໃຈ ຫຼື ເອົາແຕ່ໃຈຈຶ່ງເປັນພຽງເລື່ອງປົກກະຕິ.
  4. ລົມກັບລູກໃຫ້ເຂົ້າໃຈ ວ່າສິ່ງທີ່ເຮັດບໍ່ແມ່ນສິ່ງທີ່ຄວາມເຮັດ ສິ່ງນີ້ບໍ່ຖືກຕ້ອງ: ຄວນບອກເຫດຜົນກັບລູກດີໆ ແລະ ຊັກຈູງໃຫ້ລູກໃຊ້ຄໍາເວົ້າທີ່ຕ້ອງການສື່ສານກັບພໍ່ແມ່ໃຫ້ຫຼາຍທີ່ສຸດ.
  5. ຖ້າລູກມີພຶດຕິກໍາເອົາແຕ່ໃຈຄວນໃຈເຢັນໃຫ້ຫຼາຍທີ່ສຸດ ຢ່າລົງໂທດລູກ: ເພາະຈະຍິ່ງເຮັດໃຫ້ເລື່ອງແບບນີ້ຮຸນແຮງຍິ່ງຂຶ້ນ ບໍ່ຄວນເວົ້າຈາລອກລໍ້ກັບລູກ ນຶກໄວ້ສະເໝີວ່ານັ້ນຄືເດັກນ້ອຍ ແຕ່ກໍບໍ່ຄວນຕາມໃຈລູກໃນສິ່ງທີ່ບໍ່ຖືກຕ້ອງ ເພາະຈະເຮັດໃຫ້ລູກຈື່ຈໍາພຶດຕິກໍາເຫລົ່ານີ້ກັບມາໃຊ້ອີກ ເມື່ອເຫັນວ່າເຮັດແລ້ວໄດ້ຜົນ. ນອກຈາກຈະທໍາຄວາມເຂົ້າໃຈກັບອາລົມຂອງລູກແລ້ວ ບາງ​ເທື່ອພໍ່ແມ່ຄວນຕັ້ງກົດກັບລູກວ່າແບບນີ້ບໍ່ຖືກຕ້ອງ ບໍ່ສົມຄວນເຮັດ ແລະ ຄວນສອນລູກວ່າຄວນເຮັດແບບໃດເຖິງຈະເປັນເລື່ອງທີ່ຖືກຕ້ອງ ເມື່ອລູກເຮັດສິ່ງທີ່ຖືກຕ້ອງເໝາະສົມຄວນໃຫ້ລາງວັນ ຫຼື ຊົມເຊີຍລູກ ລູກຈະໄດ້ມີກໍາລັງໃຈ ແລະ ເຮັດຕໍ່ໄປເລື້ອຍໆ.

 

- Visit Laos Visit SALANA BOUTIQUE HOTEL - 5 ວິທີສອນລູກບໍ່ໃຫ້ເປັນເດັກເອົາແຕ່ໃຈ
- 5 - 5 ວິທີສອນລູກບໍ່ໃຫ້ເປັນເດັກເອົາແຕ່ໃຈ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!