ມັນຕົ້ນສ້າງລາຍຮັບໝັ້ນຄົງໃຫ້ປະຊາຊົນເມືອງເຊໂປນ

- kitchen vibe - ມັນຕົ້ນສ້າງລາຍຮັບໝັ້ນຄົງໃຫ້ປະຊາຊົນເມືອງເຊໂປນ

- 006 300x200 - ມັນຕົ້ນສ້າງລາຍຮັບໝັ້ນຄົງໃຫ້ປະຊາຊົນເມືອງເຊໂປນ

ການປູກພືດອຸດສາຫະກຳເປັນສິນຄ້າ (ມັນຕົ້ນ) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຢູ່ມີກິນ, ສ້າງອາຊີບ  ແລະ ຄວາມໝັ້ນຄົງທາງດ້ານລາຍໄດ້, ເຮັດໃຫ້ຄຸນນະພາບຊີວິດດີຂຶ້ນສາມາດແກ້ໄຂຄວາມ ທຸກຍາກຂອງປະຊາຊົນເມືອງເຊໂປນແຂວງສະຫວັນນະເຂດໃຫ້ ຫລຸດໜ້ອຍຖອຍລົງເທື່ອລະກ້າວ.

- Visit Laos Visit SALANA BOUTIQUE HOTEL - ມັນຕົ້ນສ້າງລາຍຮັບໝັ້ນຄົງໃຫ້ປະຊາຊົນເມືອງເຊໂປນ

ຜູ້ອຳນວຍການບໍລິສັດປຸງແຕ່ງມັນຕົ້ນເຊໂປນເປີດເຜີຍວ່າ:  ໃນປີນີ້ປະຊາຊົນເມືອງເຊໂປນ ຫັນມາສົນໃຈຫລາຍຂຶ້ນໂດຍສະ ເລ່ຍປັດຈຸບັນທົ່ວເມືອງມີເນື້ອທີ່ ເກືອບ 2.000 ເຮັກຕາພາຍຫລັງ ບໍລິສັດພວກເຮົາເຂົ້າມາສະໜັບສະໜູນອັນໄດ້ເຮັດໃຫ້ປະລິມານ ເກັບຊື້ມັນຕົ້ນດິບໄດ້ບໍ່ຕ່ຳກວ່າ  20.000 ໂຕນຕໍ່ປີ ເຊິ່ງພາຍຫລັງທີ່ໄດ້ເປີດຮັບຊື້ນັບແຕ່ຕົ້ນປີມານີ້ ເຖິງວ່າຄຸນນະພາບຂອງມັນຕົ້ນທີ່ປະຊາຊົນ ນຳມາຂາຍມີທາດແປ້ງບໍ່ເຖິງ 30% ແຕ່ທາງບໍລິສັດກໍມີຄວາມສາມາດເກັບຊື້ໃນລາຄາແຕ່  220-500 ກີບ/ກິໂລ.

ຜູ້ອຳນວຍການບໍລິສັດໃຫ້ ທັດສະນະການເກັບຊື້ມັນຕົ້ນໃນປີນີ້ແມ່ນທາງບໍລິສັດບໍ່ໄດ້ກົດລາຄາແຕ່ຢ່າງໃດ ເຊິ່ງແມ່ນອີງໃສ່  ລາຄາມັນຂອງປະເທດໃກ້ຄຽງ  ແລະ ອີງໃສ່ຄຸນນະພາບເປັນ ຫລັກພ້ອມບໍລິສັດຈະສະ  ໜອງແນວມັນຕົ້ນທີ່ດີ ແລະ ຈະໃຫ້ ການແນະນຳດ້ານເຕັກນິກ-ວິຊາການ, ການບົວລະບັດຮັກສາເກັບ ກູ້ຕາມກຳນົດເວລາຜົນຜະລິດກໍຈະໄດ້ຫລາຍ, ຄຸນນະພາບແປ້ງກໍຈະສູງຂຶ້ນລາຄາກໍຈະດີ  500 ກີບ/ກິໂລ.

ໂດຍສັງເກດເຫັນວ່າ: ປັດຈຸບັນນີ້ຄວາມອາດສາມາດຜະ ລິດຂອງໂຮງງານແປ້ງມັນຕົ້ນ ດັ່ງກ່າວຍັງມີຂະໜາດ ນ້ອຍຍັງບໍ່ທັນສາມາດຮອງຮັບການສະ ໜອງມັນຕົ້ນທີ່ມີຈຳນວນຫລາຍຂອງຊາວກະສິກອນຄື: ມື້ໜຶ່ງໂຮງງານ ດັ່ງກ່າວສາມາດຮັບມັນຕົ້ນເຂົ້າປ້ອນໂຮງງານໄດ້ ພຽງ 280 ໂຕນ ແລະ ສາມາດຜະລິດແປ້ງມັນຕົ້ນອອກໄດ້ພຽງ  70 ໂຕນຕໍ່ວັນ.

- 4 - ມັນຕົ້ນສ້າງລາຍຮັບໝັ້ນຄົງໃຫ້ປະຊາຊົນເມືອງເຊໂປນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!