ການນໍາຂັ້ນສູງຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານຮອງນາຍົກ


ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສສ ຫວຽດນາມ ໃນຕອນແລງວັນທີ 24 ຕຸລານີ້, ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ຊ໋ວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
ກ່ອນອື່ນ ສະຫາຍ ສອນໄຊ ສີພັນດອນ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດຈາກສະຫາຍເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ມາຍັງສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊ໋ວນ ຟຸກ ແລະ ບັນດາສະຫາຍ ການນໍາພັກ-ລັດຫວຽດນາມ ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ໃນຊຸມປີທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່ ແລະ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນອັນໃຫຍ່ຫຼວງ ແລະ ການຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ ສປປ ລາວ ຕະຫຼອດມາ ແລະ ຖືໂອກາດດັ່ງກ່າວ ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການທີ່ພົ້ນເດັ່ນຂອງ ສປປ ລາວ; ຜົນຂອງການເຮັດວຽກຮ່ວມກັບ ສະຫາຍ ຮອງນາຍົກລັດຖະມົນຕີ ເຈືອງ ຮວາ ບີ່ງ ແລະ ຜົນເຮັດວຽກຮ່ວມກັບ ບັນດາຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ສິ່ງສໍາຄັນແມ່ນໄດ້ແຈ້ງໃຫ້ການນໍາຂັ້ນສູງຂອງຫວຽດນາມຮັບຊາບກ່ຽວກັບການກະກຽມເດີນທາງມາຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 29 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ແລະ ຈະຈັດຂຶ້ນໃນນະຄອນດ່ານັງ ສສ ຫວຽດນາມ ໃນເວລາອັນໃກ້ໆນີ້ ແລະ ຈະເດີນທາງເຂົ້າຮ່ວມພິທີປິດ ການສະເຫຼີມສະຫຼອງສອງວັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ທີ່ຈະຈັດຂຶ້ນຢູ່ ສສ ຫວຽດນາມ ໃນທ້າຍປີນີ້ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ.
ໃນໂອກາດດຽວກັນ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູຈ້ອງ ແລະ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊ໋ວນ ຟຸກ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ສົ່ງຄຳອວຍພອນໄຊອັນປະເສີດມາຍັງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາການນໍາຂັ້ນສູງຂອງພັກ-ລັດ ແລະ ປະຊາຊົນລາວທຸກຖ້ວນໜ້າ ຄຽງຄູ່ກັບການຊົມເຊີຍຕໍ່ບັນດາຜົນສຳເລັດທີ່ສຳຄັນ ແລະ ຮອບດ້ານທີ່ລາວຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງຈະປະຕິບັດສໍາເລັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ກໍຄືການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ໃຫຍ່ຫຼວງກວ່າເກົ່າ; ພ້ອມທັງສະແດງຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍແມ່ນປະທານ ໂຮ່ຈີມິງ ຜູ້ຍິ່ງໃຫຍ່, ປະທານ ສຸພານຸວົງ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ ເປັນຜູ້ສ້າງຕັ້ງຂຶ້ນນັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແທດເໝາະຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມວັດທະນາຖາວອນ ຂອງແຕ່ລະປະເທດ ກໍຄືເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ; ພ້ອມທັງຢັ້ງຢືນວ່າ: ຫວຽດນາມ ຈະເຮັດສຸດຄວາມສາມາດຂອງຕົນຮ່ວມກັບຝ່າຍລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ບັນດາສະຫາຍການນຳຂັ້ນສູງຫວຽດນາມ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງຄະນະ ສະຫາຍ ຮອງນາຍົກລັດຖະມົນຕີລາວ ແລະ ເຊື່ອໝັ້ນວ່າ ສອງຝ່າຍຈະພ້ອມກັບບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຕ່າງໆ ແລະ ທ້ອງຖິ່ນຂອງສອງປະເທດສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງມີຜົນສໍາເລັດ ແລະ ມີປະສິດທິຜົນ.