ລັດຖະມົນຕີກະຊວງແຮງງານລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ


ວັນທີ 31 ມີນາຜ່ານມານີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະໄດ້ລົງເຄື່ອນໄຫວຊີ້ນຳວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຢູ່ແຂວງ ຫົວພັນ, ແລະ ໃນໂອກາດດັ່ງກ່າວທ່ານລັດຖະມົນຕີ ໄດ້ເຂົ້າພົບ ທ່ານຮອງເຈົ້າແຂວງຫົວພັນ, ເພື່ອປຶກສາຫາລືບາງວຽກງານກ່ຽວຂ້ອງ, ພ້ອມນີ້ຍັງໄດ້ເດີນ ທາງໄປມອບເຄື່ອງຊ່ວຍເຫລືອຈຳນວນໜຶ່ງ ລວມມູນຄ່າ 70 ກວ່າລ້ານກີບໃຫ້ສະພາປະຊາຊົນແຂວງຫົວພັນເພື່ອນນຳໄປແຈກຍາຍໃຫ້ ປະຊາຊົນຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດຕ່າງໆ, ພ້ອມທັງ ຢ້ຽມຢາມໂຮງຮຽນບ້ານຊ່ວຍເຫຼືອເດັກ (SOS) ແລະ ມອບເຄື່ອງບໍລິໂພກ-ອຸປະໂພກ ແລະ ເຄື່ອງ ກິລາຈຳນວນໜຶ່ງລວມມູນຄ່າ 5 ລ້ານກີບໃຫ້ໂຮງຮຽນດັ່ງກ່າວ ແລະ ໄດ້ລົງພົບປະໂອ້ລົມພະ ນັກງານໂຄງການເກັບກູ້ລະ ເບີດບໍ່ທັນແຕກຂອງແຂວງອີກນຳ.
ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 30 ມີນາຜ່ານມານີ້, ທ່ານລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍໄດ້ ລົງເຄື່ອນໄຫວວຽກງານຢູ່ ແຂວງຊຽງຂວາງ ແລະ ໄດ້ນຳເອົາເຄື່ອງຊ່ວຍເຫລືອຈຳນວນ ໜຶ່ງລວມມູນຄ່າ 30 ລ້ານກີບ ມອບໃຫ້ແຂວງເພື່ອນຳໄປແຈກຢາຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາອີກດ້ວຍ.