ຫລວງນ້ຳທາເຝິກອົບຮົມໃຫ້ພະນັກງານນຳທ່ຽວ


ເພື່ອເປັນການສົ່ງເສີມການອານຸລັກຮັກສາສະຖານທີ່ແຫຼ່ງ ທ່ອງທ່ຽວທາງວັດທະນະທຳ, ຮີດ ຄອງປະເພນີ, ທໍາມະຊາດ ແລະ ພັດທະນາວຽກງານການ ທ່ອງ ທ່ຽວໃຫ້ນັບມື້ມີປະສິດ ຕິພາບສູງ ໃນດ້ານການບໍລິການການອຳ ນວຍຄວາມສະດວກ, ສ້າງຄວາມ ປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍຄື ແຂວງຫຼວງນ້ຳທາໃຫ້ນັບມື້ມີ ຈຳນວນເພີ່ມຂຶ້ນ ແລະ ທັງເປັນ ການພັດທະນາວຽກງານທ່ອງທ່ຽວໃຫ້ມີຄວາມພ້ອມໃນການ ຮອງຮັບປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງນີ້.


+ ເຊກອງເຝິກອົບຮົມຄູເຝິກການຜະລິດກະສິກຳສະອາດ
ມີຜົນ ສຳເລັດໃນ ວັນທີ 25 – 28 ຕຸລານີ້ ສູນເຝິກອົບຮົມຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງນໍ້າທາຈິ່ງ ໄດ້ ຈັດຊຸດອົບຮົມ ໃຫ້ພະນັກງານ ນຳທ່ຽວພາຍໃນ ເມືອງຫຼວງນ້ຳ ທາ, ໂດຍມີນັກສຳມະນາກອນ ເຂົ້າຮ່ວມ 24 ຄົນ ເຊິ່ງຈະໄດ້ ຮຽນຮູ້ກ່ຽວກັບນະໂຍບາຍຂອງ ພັກ, ທັດສະນະຂອງລັດຕໍ່ການ ພັດທະນາການທ່ອງທ່ຽວ, ເຕັກ ນິກການນຳທ່ຽວໂດຍລົງເລິກ ແນວຄິດ ເບື້ອງຕົ້ນກ່ຽວກັບ, ຄຸນ ສົມບັດ, ມາລະຍາດ, ຈັນຍາບັນ ແລະ ການວາງຕົວຂອງພະນັກ ງານນຳທ່ຽວ, ບົດບາດ ແລະ ໜ້າທີ່ ຂອງພະນັກງານນຳທ່ຽວ, ການວາງແຜນ ແລະ ແກ້ໄຂບັນ ຫາ, ພຶດຕິກຳຂອງນັກທ່ອງ ທ່ຽວ, ການນຳທ່ຽວພະຈົນໄພ ທາງເຮືອ ແລະ ນອກຈາກນີ້ ນັກ ສຳມະນາກອນ ແລະ ຄູເຝິກຍັງ ຈະໄດ້ຮ່ວມກັນລົງພາກປະຕິບັດ ຕົວຈິງໃນການລ່ອງເຮືອພະຈົນ ໄພຢູ່ ສາຍນ້ຳທາ ແລະ ສາຍນ້ຳ ຫ້າເຂດປ່າສະຫງວນແຫ່ງຊາດ ນ້ຳຫ້າຕື່ມອີກ.

