ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ

ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ -                                                                - ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ
ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ - kitchen vibe - ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ

ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 13 ມິຖຸນາ 2023, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ວ່າ: ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ, ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະຄ່າຄອງຊີບທີ່ສູງຂຶ້ນ, ເງິນເຟີ້ເພີ່ມຂຶ້ນ ແລະ ອັດຕາແລກປ່ຽນໃນປັດຈຸບັນ, ລັດຖະບານ ກໍຄືກະຊວງການເງິນໄດ້ປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳ ຫລວດ ແລະ ພະນັກງານບຳນານ ເປັນລາຍຈ່າຍບຸລິມະສິດດ້ວຍການຄົ້ນຄ້ວາຂຶ້ນແຜນ, ເພີ່ມມູນຄ່າດັດສະນີເງິນເດືອນແຕ່ລະໄລຍະ ແລະ ປະຕິບັດການເບີກຈ່າຍໃຫ້ທັນເວລາແຕ່ຍ້ອນສະພາບເສດຖະກິດມີຄວາມຫຍຸ້ງຍາກ, ສະພາບເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນເຮັດໃຫ້ການດໍາລົງຊິວິດຂອງພະນັກງານລັດຖືກກະທົບ. ຕໍ່ສະພາບດັ່ງກ່າວໃນປີ 2023 ກໍໄດ້ຄົ້ນຄ້ວາເພີ່ມເງິນຄ່າຄອງຊີບ 150,000 ກີບ ແລະ ຍົກລະດັບເງິນເດືອນສຸດທິຕໍ່າສຸດຂອງພະນັກງານມາເປັນ 1,700,000 ກີບ ແລະ ໃນປີ 2024 ໄດ້ສືບຕໍ່ເພີ່ມຄ່າຄອງຊີບຂຶ້ນອີກ 150,000 ກີບເຮັດໃຫ້ເງິນເດືອນພື້ນຖານຕໍ່າສຸດຂອງພະນັກງານລັດຖະກອນມາເປັນ 1,850,000 ກີບ, ເຊິ່ງເຫັນວ່າສາມາດແກ້ໄຂແບ່ງເບົາພາລະຄ່າຄອງຊີບໄດ້ໃນລະດັບໜຶ່ງ. 

ອີງໃສ່ສະພາບເງິນກີບອ່ອນຄ່າໃນປັດຈຸບັນ, ລັດຖະບານໄດ້ສືບຕໍ່ໃຫ້ກະຊວງພາຍໃນ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄ້ວາປັບປຸງໂຄງສ້າງເງິນເດືອນຄືນໃໝ່ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ. ກະຊວງການເງິນຈະຄົ້ນຄ້ວາຄວາມອາດສາມາດໃນການເພີ່ມເງິນເດືອນຂຶ້ນຕື່ມ, ເຊິ່ງປັດໄຈຫລັກແມ່ນຂຶ້ນກັບລາຍຮັບງົບປະມານທີ່ໝັ້ນຄົງ ແລະ ຍືນຍົງເພື່ອຈະມາຄົ້ນຄ້ວາເພີ່ມ. ຜ່ານການຄົ້ນຄ້ວາເບື້ອງຕົ້ນຄາດວ່າຈະສູ້ຊົນຍົກລະດັບປັບປຸງເງິນນະໂຍບາຍເງິນເດືອນຕໍ່າສຸດມາຢູ່ໃນລະດັບ 2 ລ້ານກີບ ຫາ 2,2 ລ້ານກີບ, ເຊິ່ງຈະເຮັດໃຫ້ລາຍຈ່າຍເງິນເດືອນເພີ່ມຂຶ້ນປະມານ 8-18% ຂອງລາຍຈ່າຍເງິນເດືອນຕໍ່າສຸດຂອງປີ 2024 ດ້ວຍການປັບປຸງໂຄງສ້າງດັດສະນີເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆເຂົ້າສູ່ລະບົບເງິນເດືອນໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດງວດ 1 ປີ 2025 ເປັນຕົ້ນໄປ.

ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ
ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ - 5 - ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!