ນະຄອນຫລວງວຽງຈັນ ແລະ ແຂວງບໍລິຄຳໄຊ ລົງນາມຮ່ວມມືພັດທະນາເສດຖະກິດ-ສັງຄົມ


ວັນທີ 14 ມິຖຸນາ 2024, ທີ່ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໄດ້ມີກອງປະຊຸມພົບປະເພື່ອສົ່ງເສີມການຮ່ວມມື ລະຫວ່າງ ແຂວງບໍລິຄຳໄຊ ແລະ ນະຄອນຫລວງວຽງຈັນ, ເປັນປະທານຮ່ວມຂອງ ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍ ລິຄຳໄຊ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ.
ການພົບປະຄັ້ງນີ້ເປັນຂີດໝາຍແຫ່ງການຮ່ວມມືທາງດ້ານ ເສດຖະກິດ-ສັງຄົມ ລະຫວ່າງແຂວງບໍລິຄຳໄຊກັບນະຄອນຫລວງວຽງຈັນໃຫ້ມີການພັດທະນາໄປພ້ອມໆກັນ.
ສອງຝ່າຍໄດ້ລາຍງານ ແລກປ່ຽນຄຳຄິດເຫັນ ແລະເຊັນບົດບັນທຶກການຮ່ວມມືເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXIຂອງພັກ,ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນກລວງວຽງຈັນ ແລະ ອົງຄະນະພັກແຂວງໆບໍລິຄຳໄຊ ເພື່ອຈັດຕັ້ງປະຕິບັເແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ5ປີຄັ້ງທີIX,ການຈັດຕັ້ງຜັນຂະກຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາກຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງຜັນຂະຫຍາຍມະຕິເລກທີ04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລນະໃໝ່ ທັງເປັນການເສີມຂະກຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແຂວງບໍລິຄຳໄຊກັບນະຄອນຫລວງວຽງຕັນໃຫ້ມີຄວາມແໜ້ນແຟ້ນ ແລະ ສ້າງຄວາມເຂັ້ມແຂງລະຫວ່າງອົງການປົກຄອງນິຄອນຫລວງວຽງຈັນແລະແຂວງບໍລິຄຳໄຊ ເຊິ່ງໄດ້ຕົກລົງເຫັນດີເປັນເອກະພາບໃນການຮ່ວມມືຊ່ວຍເຫລືອຊຶ່ງກັນແລະກັນ ຊຸຍູ້ຮ່ວມມືກັນໃນວຽກງານແຕ່ລະຂົງເຂດເຊັ່ນ:ເຂດແດນເຊື່ອມຕໍ່ ແລະການຄຸ້ມຄອງປ່າສະຫງວນ; ຂໄງເຂດການຄ້າ-ການເງິນ;ຂົງເຂດກະສິກຳ-ປ່າໄມ້,ຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;ໂຍທາທິການແລະຂໄນາງ ແລະ ຂົງເຂດການຮ່ວມມືວຽກງານຫ້ອງວ່າການ.