ແຮງງານຫຼັ່ງໄຫຼໄປຕ່າງປະເທດຫຼາຍ ຈະມີການຄຸ້ມຄອງແຮງງານເຫຼົ່ານັ້ນແນວໃດ?


ໂດຍ: ຜາຕຸງ
ອາດເປັນຍ້ອນສະພາບເງິນກີບລາວອ່ອນຄ່າຫຼືແນວໃດ ຈຶ່ງພາໃຫ້ຄົນລາວຈໍານວນບໍ່ ໜ້ອຍໜີອອກຈາກປະເທດເພື່ອໄປຫາວຽກເຮັດງານທໍາ ເພື່ອຊອກເບ້ຍຫາເງິນຢູ່ຕ່າງແດນ, ໃນຈຳນວນແຮງງານເຫຼົ່ານີ້ ມີທັງໄປຢ່າງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ, ປັດຈຸບັນ, ມີແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ 212,795 ຄົນ, ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203,161 ຄົົນ ແລະ ເຂົາເຈົ້າສາມາດນຳເງິນຕາກັບຄືນປະເທດເດືອນໜຶ່ງປະມານ 52,110,000 ໂດລາ.
ການທີ່ມີແຮງງານລາວຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງແດນມັນກໍມີອັນດີທີ່ອັນຕັ້ງໜ້າສາມາດນຳເງິນຕາກັບຄືນປະເທດ, ມີລາຍຮັບເປັນກອບເປັນກຳ ມາຈູນເຈືອຄອບຄົວ, ມີວິຊາອາຊີບມາພັດທະນາຕໍ່ຍອດລ້ຽງຄົນເອງໄດ້ ເວລາກັບຄືນບ້ານ, ແຕ່ໃນຂະນະດຽວກັນກໍມີຜົນກະທົບບໍ່ໜ້ອຍຕໍ່ພາຍໃນປະເທດເປັນຕົ້ນ ເກີດບັນຫາການຂາດແຮງງານ ທີ່ຈະມາຂັບເຄື່ອນພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ຂະຫຍາຍຕົວໄປຕາມຈັງຫວະຄວາມເປັນຈິງຂອງປະເທດໃນປັດຈຸບັນ, ຊຶ່ງບັນຫານີ້ໄດ້ຖືກົກຂຶ້ນມາຄົ້ນຄວ້າໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຄຸ້ມຄອງແຮງງານ ແລະ ແຮງງານເຄື່ອນຍ້າຍໄປຕ່າງປະເທດວ່າ ບັນຫານີ້ມີການຄຸ້ມຄອງແນວໃດ?
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຄຸ້ມຄອງແຮງງານ ແລະ ແຮງງານເຄື່ອນຍ້າຍໄປຕ່າງປະເທດວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ລັດຖະບານ ໄດ້ເອົາໃຈໃສ່ຄຸ້ມຄອງແຮງງານລາວ ທີ່ເຮັດວຽກຢູ່ຕ່າງປະເທດຢ່າງມີລະບຽບ,ມີກົນໄກການຕິດຕາມ ແລະ ຄຸ້ມຄອງຂະບວການ, ຂັ້ນຕອນ ໃນການຈັດຫາງານໄປຕ່າງປະເທດຢ່າງຮັດກຸມ ໂດຍໄດ້ປະສານສົມທົບກັບກະຊວງການຕ່າງປະເທດ ເພື່ອໃຫ້ມີສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ເຊັ່ນ: ສະຖານທູດ, ສະຖານກົງສຸນ ຢູ່ປະເທດທີ່ມີແຮງງານລາວເຮັດວຽກຢູ່, ໄດ້ແຕ່ງຕັ້ງພະນັກງານຄຸ້ມຄອງແຮງງານລາວໄປປະຈຳຢູ່ຕ່າງປະເທດຕາມຄວາມເໝາະສົມ, ທັງນີ້ ເພື່ອປົກປ້ອງສິດຜົນ ປະ ໂຫຍດ ຂອງຜູ້ອອກແຮງງານລາວ. ປັດຈຸບັນ, ມີແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ 212,795 ຄົນ, ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203,161 ຄົົນ ແລະ ໄດ້ສົ່ງເງິນກັບຄືນປະເທດ ປະມານ 52,110,000 ໂດລາສະຫະລັດຕໍ່ເດືອນ.
ສ່ວນການແກ້ໄຂບັນຫາການຂາດແຄນແຮງງານຢູ່ພາຍໃນປະເທດ ໄດ້ຊີ້ນຳບັນດາຈຸດບໍລິການຈັດຫາງານຂັ້ນແຂວງ, ເມືອງ ແລະ ວິສາຫະກິດບໍລິການຈັດຫາງານ ເພື່ອສະໜອງແຮງງານເຂົ້າສູ່ຕຳແໜ່ງງານຕ່າງໆ, ຊຸກຍູ້, ແກ້ໄຂບັນຫາຂາດແຄນແຮງງານ ແລະ ປັບປຸງສະຫວັດດີການແຮງງານ ເຊິ່ງມີມາດຕະ ການແກ້ໄຂສະເພາະໜ້າເຊັ່ນ: ສືບຕໍ່ເຮັດວຽກຮ່ວມກັບ ອົງການຕາງໜ້າຜູ້ອອກແຮງງານ, ອົງການຕາງໜ້າຜູ້ໃຊ້ແຮງງານ (ໃນລະບົບໄຕພາຄີ) ເພື່ອສ້າງຄວາມກົມກຽວໃຫ້ຫລາຍຂຶ້ນກວ່າເກົ່າ, ເພີ່ມທະວີການປຶກສາຫາລືກັບນັກລົງທຶນເພື່ອໃຫ້ມີສ່ວນຮ່ວມແຕ່ຫົວທີໃນການ ສະໜອງຂໍ້ມູນຄວາມຕ້ອງການຂອງຕະຫລາດແຮງງານ, ກໍຄືຕຳແໜ່ງງານຕົວຈິງ ໃນແຕ່ລະໄລຍະ ເພື່ອຮ່ວມກັນດັດປັບຫລັກສູດ, ວິທີການຝຶກ, ພັດທະນາສີມືແຮງງານ, ການປະກາດຮັບສະໝັກແຮງງານ, ຝຶກກ່ອນເຂົ້າສູ່ຕຳແໜ່ງງານ, ອອກໃບຢັ້ງຍືນສີມືແຮງງານເພື່ອຮັບປະກັນເງິນເດືອນພື້ນຖານ, ຄ່າແຮງງານ, ສະຫວັດດີການແຮງງານ ແລະ ຮັບປະກັນໃຫ້ແຮງງານໄດ້ຮັບການປົກປ້ອງຕາມກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍການປະກັນສັງຄົມ;
ສືບຕໍ່ສົມທົບບັນດາຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າປັບຄ່າແຮງງານຂັ້ນຕໍ່າ ເພື່ອດຶງດູດແຮງງານເຂົ້າສູ່ຕໍາແໜ່ງງານ ທັງຍົກສູງຊີວິດການເປັນຢູ່ຂອງແຮງງານໃຫ້ດີຂຶ້ນ, ຕາມການລົງໄປພົບປະກັບບັນດາຫົວໜ່ວຍແຮງງານຕົວຈິງ ມີຫລາຍຫົວໜ່ວຍແຮງງານ ຈ່າຍຄ່າແຮງງານຫລາຍກວ່າການກຳນົດຄ່າແຮງງານຂັ້ນຕໍ່າແລ້ວ ສະເລ່ຍ ແມ່ນ 2,700,000 ກີບ, ແຕ່ອີງໃສ່ຄວາມຕ້ອງການໃນການໃຊ້ຈ່າຍຕົວຈິງ ຕ້ອງແມ່ນ 3,800,000 ຂຶ້ນໄປຈຶ່ງສາມາດຢູ່ໄດ້, ແຕ່ປັດໄຈຕົ້ນຕໍ ຍັງແມ່ນບັນຫາເສດຖະກິດ, ລາຄາສິນຄ້າສູງ, ເງິນເຟີ້ ລາຍຮັບບໍ່ກຸ້ມລາຍຈ່າຍ ເຊິ່ງເປັນໜຶ່ງເຫດຜົນ ທີ່ກະທົບໂດຍກົງ ຕໍ່ຜູ້ອອກແຮງງານ.
ຢ່າງໃດກໍດີ, ໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາຕົກຢູ່ໃນສະພາບວິກິດທາງເສດຖະກິດ-ການເງິນ ແບບທີ່ພວກເຮົາພວມຜະເຊີນຢູ່ເວລານີ້ ຜູ້ທີ່ຍັງມີເຫື່ອແຮງ ມີແນວຄິດປັນຍາ ມັນສະໝອງເຕັມປ່ຽມມີເງື່ອນໄຂຄົບຖ້ວນກໍຈໍາເປັນຕ້ອງຊອກຫາທາງອອກເພື່ອເອົາຊີວິດຢູ່ລອດ, ໃຜຈະປະກອບທຸລະກິດການງານອັນໃດຢູ່ໃສກໍລ້ວນແລ້ວແຕ່ເພື່ອຕົນເອງ, ມີພັນທະເພື່ອປະເທດຊາດບ້ານເມືອງ ຊຶ່ງທັງໝົດນີ້ພວມໄດ້ຮັບການປັບປຸງແກ້ໄຂໄປໃນທາງທີ່ດີຂຶ້ນ.