ລົດກະບະ Revo ເສຍຫລັກຕຳຮາວເຫລັກກັ້ນຄູກາງຢູ່ທາງດ່ວນ ບາດເຈັບ 1 ຄົນ


ພະແນກຄຸ້ມຄອງກວດກາທາງດ່ວນ ລາຍງານວ່າ: ເວລາ 00:30 ໂມງ ຂອງວັນທີ 16 ມິຖຸນາ 2024 ນີ້, ເກີດມີອຸປະຕິເຫດ ລົດກະບະ ຍີ່ຫໍ້ Toyota Revo ໝາຍເລກທະບຽນ ກລ 6828 ກຳແພງນະຄອນ ຕົກຮ່ອງລະບາຍນ້ຳ ແລ້ວເສຍຫລັກໄປຕຳໃສ່ຮາວເຫລັກກັ້ນຄູກາງທາງ ຢູ່ເສັ້ນທາງດ່ວນເຂດບ້ານໂພນຄຳ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.
ຜ່ານສືບສວນ-ສອບສວນ ຂອງເຈົ້າໜ້າທີ່ເບື້ອງຕົ້ນຮູ້ວ່າ: ລົດຄັນດັ່ງກ່າວຂັບຂີ່ໂດຍ ທ້າວ ລົງ ເຈີນ ລິນ, ອາຍຸ 46 ປີ, ສັນຊາດ ຈີນ, ອາຊີບ ນັກທຸລະກິດ, ຢູ່ບ້ານ ຫລັກ 52, ເມືອງ ໂພນໂຮງ, ແຂວງວຽງຈັນ, ກ່ອນເກີດເຫດຜູ້ກ່ຽວໄດ້ຂັບຂີ່ລົດອອກມາແຕ່ ທາງໂພນໂຮງ ຈຸດປະສົງຈະມຸ້ງໜ້າໄປນະຄອນຫລວງວຽງຈັນ ແຕ່ເດີນທາງມາຮອດເຂດບ້ານໂພນຄຳ, ເມືອງນາຊາຍທອງ, ໄດ້ເກີດອຸປະຕິເຫດ ລົດຕົກຮ່ອງລະບາຍນ້ຳແຄມທາງຈາກນັ້ນເຮັດໃຫ້ລົດເສຍຫລັກ ເຈີດໄປຕຳໃສ່ຮາວເຫລັກກັ້ນຄູກາງທາງ ຂອງທາງດ່ວນ ເຮັດໃຫ້ພາຫະນະເປ່ເພສົມຄວນ, ສ່ວນຜູ້ຂັບຂີ່ບາດເຈັບເລັກໜ້ອຍ. ສ່ວນສາເຫດທີ່ເກີດອຸບປະຕິເຫດທີ່ແທ້ຈີງ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງທາງເຈົ້າໜ້າທີ່ພະແນກຄຸ້ມຄອງກວດກາທາງດ່ວນ.