ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ

ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ - 9513 - ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ
ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ - kitchen vibe - ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ

ວັນທີ 14 ມິຖຸນາ 2024, ທີ່ ກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ທ່ານລັດຖະມົນຕີ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ເຊິ່ງເປັນຂີດໝາຍສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກໍຄື ການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ.

ພ້ອມນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນສະໜິດແໜ້ນ ລະຫວ່າງ ລາວ-ຮົງກາລີ ຄົບຮອບ 62 ປີ (12 ກັນຍາ 1962) ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ, ຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຊິ່ງສະແດງອອກໃນການພົບປະ, ການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດ ແລະ ໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະກັນ ຢ່າງເປັນປົກກະຕິ; ອັນທີ່ພົ້ນເດັ່ນ, ຝ່າຍລາວ ໄດ້ເປີດສະຖານເອກອັກຄະລັດຖະທູດຂອງຕົນ ປະຈໍາ ຮົງກາລີ ຄືນໃໝ່ໃນປີ 2022 ເຊິ່ງຖືເປັນນິມິດໝາຍອັນສໍາຄັນໃຫ້ແກ່ການຮ່ວມມືກັນ ແລະ ກັນ. ໃນໂອກາດຢ້ຽມຢາມ ສປປ ລາວ ຂອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮົງກາລີ ຄັ້ງນີ້, ຈະໄດ້ມີການເປີດສະຖານເອກອັກຄະລັດຖະທູດ ຮົງກາລີ ປະຈໍາ ສປປ ລາວ ຄືນໃໝ່ ຢ່າງເປັນທາງການ ທີ່ ນະຄອນຫລວງວຽງຈັນ ເຊິ່ງສອງຝ່າຍກໍຈະໄດ້ເຂົ້າຮ່ວມພິທີດັ່ງກ່າວ, ທັງໝົດນີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງຫວັງຂອງ ສອງລັດຖະບານ ລາວ-ຮົງກາລີ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນສອງຝ່າຍ ໃຫ້ກ້າວຂຶ້ນສູ່ລະດັບໃໜ່ໃນອະນາຄົດ.

ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ - Visit Laos Visit SALANA BOUTIQUE HOTEL - ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ

ສຳລັບທິດທາງໃນຕໍ່ໜ້າ, ສອງຝ່າຍ ຈະສືບຕໍ່ໃຫ້ມີການພົບປະແລກປ່ຽນຂອງການນຳຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນ ເພື່ອສົ່ງເສີມຂະແໜງການທ່ອງທ່ຽວ ລາວ-ຮົງກາລີ, ສືບຕໍ່ແລກປ່ຽນບົດຮຽນ ແລະ ການຈັດຝຶກອົບຮົມ ລະຫວ່າງ ນັກການທູດໜຸ່ມນ້ອຍນຳກັນ, ຊຸກຍູ້ໃຫ້ ຄະນະປະສານງານຮ່ວມ ລາວ-ຮົງກາລີ ສືບຕໍ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການເງິນກູ້ຢືມແບບມີເງື່ອນໄຂບໍ່ມີດອກເບ້ຍ ໄລຍະ 3 ຄື: ໂຄງການພັດທະນາໂຄງລ່າງພື້ນຖານກະສິກໍາ; ໂຄງການຄຸ້ມຄອງພົນລະເມືອງທັນສະໄໜ ແລະ ໂຄງການບໍາບັດນໍ້າເປື້ອນແບບລວມສູນນະຄອນຫລວງວຽງຈັນ ເພື່ອໃຫ້ປະສົບຜົນສໍາເລັດ ຕາມແຜນທີ່ກໍານົດໄວ້. ນອກຈາກນັ້ນ, ກໍຈະເພີ່ມທະວີການຮ່ວມມືກັນໃນຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ເຊັ່ນ: ການຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການສຶກສາ ແລະ ອື່ນໆ. ໃນນັ້ນ, ຝ່າຍ ຮົງກາລີ ສະແດງຄວາມຍິນດີຈະສືບຕໍ່ຊ່ວຍເຫລືອໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ຝ່າຍລາວ, ປັດຈຸບັນ ແມ່ນໄດ້ສະໜອງທຶນການສຶກສາແກ່ ສປປ ລາວ ຈຳນວນ 150 ທຶນຕໍ່ປີ. ພ້ອມດຽວກັນນີ້, ສອງຝ່າຍ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫລາຍຝ່າຍ ເປັນຕົ້ນ ການຮ່ວມມືໃນຂອບ ສປຊ, ອາຊຽນ-ຮົງກາລີ ແລະ ອາຊຽນ-ອີຢູ. ນອກນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ການມາຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນລົງນາມໃນ ສັນຍາຂອບການຮ່ວມມືທາງດ້ານການເງິນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຮົງກາລີ ສະບັບໃໝ່ ເພື່ອສືບຕໍ່ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກກໍ່ສ້າງລະບົບບໍາບັດນໍ້າເປື້ອນຂອງ ນະຄອນຫລວງວຽງຈັນ. ພ້ອມນີ້, ສອງຝ່າຍ ກໍໄດ້ຮ່ວມກັນຖະແຫລງຂ່າວຕໍ່ບັນດາສື່ມວນຊົນ ລາວ ແລະ ຮົງກາລີ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ການເປັນປະ ທານອາຊຽນຂອງ ສປປ ລາວ ແລະ ການເປັນປະທານໝູນວຽນ ອີຢູ ຂອງ ຮົງກາຣີ.

ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ - 4 - ຮົງກາລີ ສະໜອງທຶນການສຶກສາ ໃຫ້ສປປ ລາວ ຈຳນວນ 150 ທຶນຕໍ່ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!