ເປເຣດ ຢືນຢັນບໍ່ທຸ່ມເງິນກ້ອນໃຫຍ່ຊື້ ເຄນ ແນ່ນອນ
October 25, 2017 - 4:14 PM




ຫຼັງ ເຄນ ສະແດງຜົນ ງານໄດ້ຢ່າງດີເດັ່ນ ເຮັດໃຫ້ຕົກ ເປັນຂ່າວວ່າ ຣິນ ມາດຣິດ ສົນ ໃຈຢາກໄດ້ ເຄນ ມາເສີມທີມ ແຕ່ ເປເຣດ ເຊື່ອວ່າ ສະເປີ ຄົງ ບໍ່ຍອມຂາຍໃຫ້ແນ່ນອນ ຫາກ ບໍ່ໄດ້ຄ່າໂຕເປັນສະຖິຕິໂລກ ໃໝ່.
“ເລື່ອງການຊື້ ເຄນ ມາ ຮ່ວມທີມບໍ່ເຄີຍຜ່ານເຂົ້າມາໃນຫົວຂອງຂ້ອຍ ລາວເປັນສຸດ ຍອດຜູ້ຫຼິ້້ນ ແລະ ອາຍຸຍັງນ້ອຍ ລາວຍັງເວລາອີກຫຼາຍປີ ເພື່ອ ກ້າວເດີນໄປຂ້າງໜ້າຕາມຫາຄວາມຍິ່ງໃຫຍ່ ແຕ່ເຮົາພໍໃຈ ກັບທີມທີ່ເຮົາມີໃນຕອນນີ້ ພໍໃຈ ກັບກອງໜ້າຂອງເຮົາຢ່າງ “ຄາຣິມ ເບນເຊມາ”.
ທັງນີ້ ເປເຣດ ຍັງໄດ້ຕອບ ຄຳຖາມຂອງສື່ມວນຊົນທີ່ວ່າ ໄດ້ເຈລະຈາກັບ ດານຽລ ເລວີ ປະທານສະໂມສອນ ສະເປີ ເລື່ອງການຊື້ໂຕ ເຄນ ຫຼື ບໍ່ “ຂ້ອຍບໍ່ເຄີຍຖາມ ເພາະຖ້າ ຂ້ອຍຖາມລາວ ລາວຄົງບອກ ຂ້ອຍວ່າ ຕ້ອງການເງິນ 250 ລ້ານເອີໂຣ”.
ສຳລັບ ຣິນ ມາດຣິດ ກັບ ສະເປີ ທີ່ເປັນສອງສະໂມສອນ ທີ່ມີຄວາມສຳພັນທີ່ດີຕໍ່ກັນ ເພາະເຄີຍດຳເນີນທຸລະກິດຊື້ ຂາຍນັກເຄະກັນ ໂດຍສະເພາະ ກໍລະນີຂອງ ລູກາ ໂມດຣິດ ກັບ ແກເຣດ ເບລ ທີ່ຍ້າຍໄປ ສະເປນ ດ້ວຍຄ່າໂຕມະຫາ ສານ ເຊິ່ງ ເປເຣດ ກໍຍອມຮັບ ວ່າທັງສອງທີມມີຄວາມສຳ ພັນທີ່ດີຕໍ່ກັນຢ່າງຫຼາຍ.