ເອຟເວີຕັນ ປະກາດແຕ່ງຕັ້ງ ອັນເວິດ ຄຸມທີມຊົ່ວຄາວ
October 25, 2017 - 4:13 PM




ສຳລັບການຄຸມທີມນັດ ທຳອິດຂອງ ອັນເວິດ ຈະເປັນ ການນຳ ເອຟເວີຕັນ ບຸກໄປ ຢາມ ເຊລຊີ ເຖິງຖິ່ນສະແຕມ ຟອດ ບຣິດ ໃນການແຂ່ງຂັນ ລີກຄັບ ໃນວັນພຸດນີ້.
ອັນເວິດ ອາຍຸ 44 ປີ ເຄີຍ ລົງຫຼິ້ນໃຫ້ກັບ ເອຟເວີຕັນ 314 ນັດ ຍິງໄດ້ 40 ປະຕູ ຫຼັງອຳ ລາວົງການ ແລະ ຜັນໂຕໄປ ຮັບວຽກຜູ້ຈັດການທີມຕັ້ງແຕ່ປີ 2013.
ທັງນີ້ ເອຟເວີຕັນ ຈະເດີນ ໜ້າຂະບວນການຊອກຫາຜູ້ ຈັດການທີມຄົນໃໝ່ຕໍ່ໄປ ໂດຍ ມີ ເດວິດ ມອຍ, ໂທມັສ ທູ ເຄິລ, ຄຣິສ ໂຄລແມນ, ຄາໂລ ອັນເຊລອດຕິ, ເອັດດີ ຮາວ ແລະ ຢອນ ໄດ ເປັນລາຍຊື່ໂຕ ເລືອກທີ່ຈະເຂົ້າມາຮັບວຽກ.