ແມເຊສເຕີ ຊິຕີ ກຽມຈັບ ເດີບຣອຍ ຕໍ່ສັນຍາອອກໄປອີກ
October 25, 2017 - 4:12 PM




ສັນຍາປັດຈຸບັນຂອງ ເດີ ບຣອຍ ມີຢູ່ຈົນເຖິງປີ 2021 ໂດຍ ແມນເຊສເຕີ ຊິຕີ ຫວັງ ຈະເຈລະຈາໃຫ້ສຳເລັດກ່ອນ ເຖິງການແຂ່ງຂັນບານໂລກ 2018 ທີ່ຣັດເຊຍ ເຊິ່ງຕອນທຳ ອິດຄາດວ່າຈະໃຫ້ຄ່າຈ້າງຢູ່ ໃນລະດັບດຽວກັບ ເນມາ ແລະ ຄີລີຍັນ ເອັມບັບເປ 2 ດາວດັງຂອງ ປາຣິສ ແຊັງ ແຊັກແມັງ.
ແນວໃດກໍຕາມ ເຊື່ອວ່າ ເດີ ຄອສເຕີ ໄດ້ເຂົ້າພົບກັບເຈົ້າ ໜ້າທີ່ ແມນເຊສເຕີ ຊິຕີ ຮຽບ ຮ້ອຍແລ້ວ ແລະ ສັນຍາສະບັບ ໃໝ່ນີ້ໜ້າຈະເຮັດໃຫ້ ເດີ ບຣອຍ ໄດ້ຄ່າຈ້າງສູງເຖິງ 250.000 ປອນ ຕໍ່ອາທິດ ເຊິ່ງເປັນໂຕເລກທີ່ບໍ່ໃກ້ຄຽງ ກັບ ເນມາ ທີ່ຮັບຢູ່ 600.000 ປອນ ຕໍ່ອາທິດແຕ່ຢ່າງໃດ.