ສາເຫດເຮັດໃຫ້ແມ່ຍິງເມົາໄວກ່ວາຜູ້ຊາຍ


ອານກໍຮໍເປັນສານເສບຕິດຊະນິດໜຶ່ງ ເກີດຈາກການໝັກດອງຜັກ, ໝາກໄມ້ ຫລື ແກ່ນພືດຊະນິດຕ່າງໆ. ຮ່າງກາຍແມ່ຍິງ ຊາຍຈະຕ້ອງລະວັງໂຕເລື່ອງນີ້ນຳ ເພາະຈະເວົ້າໄປແລ້ວອາດຈະຕ້ອງເອີ້ນວ່າເປັນມວຍຄົນລະທຳມະຊາດກັນໃນການທີ່ຈະດວນຕໍ່ສູ້ກັນແບບນັ້ນ ເນື່ອງຈາກໂດຍທຳມະຊາດແລ້ວ ແມ່ຍິງເຮົາມັກຈະມີຂະໜາດຂອງຮ່າງກາຍທີ່ນ້ອຍກ່ວາຜູ້ຊາຍ, ມີນຳ້ໂຕໜ້ອຍກ່ວາ ແລະ ມີອັດຕາສ່ວນຂອງໄຂມັນຕໍ່ນຳ້ໃນຮ່າງກາຍຫລາຍກ່ວາ ໂດຍຮ່າງກາຍຂອງແມ່ຍິງໂດຍທຳມະຊາດຈະມີໄຂມັນຫລາຍກ່ວາ ຈຶ່ງເຮັດໃຫ້ອານກໍຮໍທີ່ດື່ມເຂົ້າໄປມີຄວາມເຂັ້ມຂຸ້ນຫລາຍກ່ວາຜູ້ຊາຍ ເຖິງວ່າຈະດື່ມໃນປະລິມານເທົ່າກັນກໍຕາມ.


ນອກຈາກນີ້ແລ້ວ ອະໄວຍະວະສຳຄັນທີ່ກ່ຽວຂ້ອງກັບການກຳຈັດອານກໍຮໍແມ່ນຕັບ ຍັງຜະລິດເອັນໄຊ (Alcohol Dehyge nase) ໄດ້ຈຳນວນໜ້ອຍກ່ວາຜູ້ຊາຍນຳອີກ ເມື່ອອານກໍຮໍຖືກກຳຈັດໄດ້ໜ້ອຍກ່ວາ ຕົກຄ້າງຫລາຍກ່ວາ ແມ່ຍິງຈຶ່ງມີໂອກາດທີ່ຈະໄດ້ຮັບພິດຈາກອານກໍຮໍຫລາຍກ່ວາຜູ້ຊາຍ ໂດຍຈະເຫັນໄດ້ວ່າແມ່ຍິງທີ່ດື່ມອານກໍຮໍຫລາຍໆຈະມີຄວາມສ່ຽງຕໍ່ການເປັນພະຍາດຕັບແຂງ ແລະ ຕັບອັກເສບໄດ້ຫລາຍກ່ວາຜູ້ຊາຍທີ່ດື່ມໃນປະລິມານເທົ່າໆກັນ. ນອກຈາກເລື່ອງສຸຂະພາບແລ້ວ ການດື່ມຫລາຍເກີນໄປກໍບໍ່ໄດ້ເປັນສິ່ງທີ່ດີຕໍ່ແມ່ຍິງ ຫລາຍໆຄົນອາດຈະເສຍບຸກຄະລິກໄປເລີຍເມື່ອເມົາ ທັງຍັງເລື່ອງການຂັບລົດ ແລະ ສະ ຫວັດດິພາບຕ່າງໆສ່ວນບຸກຄົນນຳອີກ. ດັ່ງນັ້ນ, ອານກໍຮໍນັ້ນຍັງຄົງເປັນເຄື່ອງດື່ມທີ່ຄວນຈະຫລີກເວັ້ນ ຫລື ຫາກດື່ມກໍໜ້ອຍໆບໍ່ເກີນຈອກກໍພໍດີແລ້ວ.