ວິທີສ້າງຄວາມໝັ້ນໃຈໃນການເຮັດວຽກ

- 022510 2017 - ວິທີສ້າງຄວາມໝັ້ນໃຈໃນການເຮັດວຽກ
- kitchen vibe - ວິທີສ້າງຄວາມໝັ້ນໃຈໃນການເຮັດວຽກ

ທຸກໄວມີຄວາມຢ້ານທີ່ແຕກຕ່າງກັນ ແລະ ຄວາມຢ້ານນີ້ເອງທີ່ເຮັດໃຫ້ເຮົາໝົດຄວາມໝັ້ນໃຈ ເຊິ່ງມັນບໍ່ເຮັດໃຫ້ທ່ານກ້າວໜ້າ ໄດ້ເລີຍ ມາເບິ່ງກັນວ່າຄວາມຢ້ານໃນແຕ່ລະໄວແມ່ນຫຍັງ ແລະ ວິທີຈະເອົາຊະນະຄວາມຢ້ານໃຫ້ໄດ້ນັ້ນມີຫຍັງແດ່ ?

– 20 ປີ ແມ່ນໄວແຫ່ງຄວາມໝັ້ນໃຈ : ຕອນອາຍຸ 20 ປີແມ່ນໄວທີ່ຄົນເຮົາບໍ່ມີຄວາມໝັ້ນໃຈໃນເລື່ອງວຽກ, ເຮົາບໍ່ເຊື່ອວ່າຈະໄດ້ເລື່ອນຕຳແໜ່ງ, ບໍ່ເຊື່ອວ່າໂຕເອງສາມາດເຮັດສິ່ງຍາກໆໄດ້ ເຊິ່ງກໍບໍ່ຜິດ ແລະ ທ່ານກໍບໍ່ໄດ້ເປັນຄົນແບບນັ້ນພຽງຄົນດຽວ ໂດຍຜູ້ຊ່ຽວຊານບອກວ່າທັງໝົດເກີດ ຈາກທ່ານຍັງບໍ່ມີວຽກງານທີ່ໝັ້ນຄົງ ແລະ ກໍຍັງບໍ່ມີຄອບຄົວນຳ. ດັ່ງນັ້ນ, ຕ້ອງຄິດວ່າໂຕເອງເຮັດໄດ້, ອັນໃດທີ່ເຮັດໃຫ້ທ່ານຮູ້ສຶກບໍ່ດີ ທ່ານຕ້ອງຍອມຮັບວ່າໂຕເອງດ້ອຍອາວຸໂສ ແລະ ຂາດທັກສະ. ດັ່ງນັ້ນ ຈຶ່ງມີເລື່ອງຫລວງຫລາຍທີ່ທ່ານບໍ່ຮູ້ຈະຄຳນຶງເຖິງ ຄວາມບໍ່ຮູ້ຂອງໂຕເອງຈະເຮັດໃຫ້ທ່ານບໍ່ເສຍຄວາມຮູ້ສຶກຍາມແກ້ບັນຫາບໍ່ໄດ້ ເພາະຄົນໄວ 20 ປີ ຫລວງຫລາຍທີ່ພະຍາຍາມແກ້ໄຂບັນຫາແບບຄົນໄວ 40 ເຊິ່ງການເຮັດທຳທ່າວ່າໂຕເອງຮູ້ ຫລື ຫລາຍປະສົບການຈະຍິ່ງເຮັດໃຫ້ທ່ານໝົດຄວາມນັບຖືໂຕເອງຂຶ້ນຕື່ມອີກ.

- Visit Laos Visit SALANA BOUTIQUE HOTEL - ວິທີສ້າງຄວາມໝັ້ນໃຈໃນການເຮັດວຽກ

– ວິທີສ້າງຄວາມໝັ້ນໃຈ ເມື່ອໃດທີ່ທ່ານຄິດວ່າ ຂ້ອຍເຮັດບໍ່ໄດ້ດອກ, ຢຸດ ແລະ ລົມກັບໂຕເອງວ່າເປັນຫຍັງຈຶ່ງຄິດແບບນັ້ນ ແລ້ວທ່ານຈະພົບວ່າໂຕເອງສາມາດເຮັດໄດ້, ລອງໂທລະສັບໄປປຶກສາໝູ່ໄວ 40 ປີ ປະສົບການຂອງນາງຈະຊ່ວຍທ່ານໄດ້ຫລາຍກ່ວາຄົບໝູ່ໄວດຽວກັນ.

– 30 ປີ ແມ່ນໄວແຫ່ງການຮູ້ຈັກໂຕເອງ : ຕອນນີ້ທ່ານຮູ້ແລ້ວວ່າຈະຈັດການເລື່ອງຕ່າງໆແນວໃດ, ທ່ານສາມາດເອົາຊະນະ ຄວາມທ້າທາຍຕ່າງໆ, ເສັ້ນຕາຍທີ່ໜ້າຢ້ານ ແລະ ແຟນທີ່ບໍ່ໄດ້ເລື່ອງ, ທ່ານສາມາດຫາໂຕເອງພົບວ່າມີພອນສະຫວັນໃນເລື່ອງໃດ ແລະ ເໝາະສົມກັບການເຮັດວຽກຫຍັງ, ທ່ານຈະຮູ້ຂໍ້ດີ ແລະ ຂໍ້ດ້ອຍຂອງໂຕເອງ. ອັນໃດທີ່ເຮັດໃຫ້ທ່ານຮູ້ສຶກບໍ່ດີ ທ່ານຕ້ອງຮັບ ເສິກໜັກທັງສອງທາງ ທັງເລື່ອງວຽກ ແລະ ເລື່ອງຄອບຄົວ, ແມ່ຍິງໂສດໄວ 30 ປີຫລາຍທ່ານຮູ້ສຶກວ່າຊີວິດບໍ່ດຸ່ນດ່ຽງ, ສ່ວນຄົນ ທີ່ເປັນແມ່ກໍຢ້ານວ່າວຽກງານຈະບໍ່ກ້າວໜ້າ ເພາະໄວ 30 ເປັນໄວທີ່ເລີ່ມມີຄອບຄົວ ທ່ານອາດຈະປຽບທຽບກັບຄົນອື່ນ, ແຕ່ການ ໝົກໝຸ້ນວ່າຄົນອື່ນເຂົາໄປຮອດໃສຕໍ່ໃສແລ້ວຈະຍິ່ງເຮັດໃຫ້ທ່ານຮູ້ສຶກບໍ່ດີຂຶ້ນຕື່ມ.

– ວິທີສ້າງຄວາມໝັ້ນໃຈ : ເຊົາເຮັດທຸກຢ່າງໃຫ້ດີທີ່ສຸດ, ຍອມຮັບວ່າຍາງເລື່ອງເຮົາກໍເຮັດໄດ້ດີທີ່ສຸດພຽງເທົ່ານີ້ ແລະ ກໍຫາເວລາໃຫ້ໂຕເອງແດ່ ດັ່ງແມ່ຍິງຫລາຍຄົນທີ່ມີເວລາໃຫ້ແຕ່ວຽກ, ລູກ ແລະ ຜົວຈົນລືມໂຕເອງ, ຫັນມາສົນໃຈການອອກກຳລັງກາຍຈະຊ່ວຍໃຫ້ມີຄວາມເຊື່ອໝັ້ນໃນໂຕເອງຫລາຍຂຶ້ນ.

– 40 ໄວແຫ່ງຄວາມໝັ້ນໃຈ : ເມື່ອອາຍຸຂະໜາດນີ້ ແມ່ຍິງສ່ວນຫລາຍລ້ວນແຕ່ໝັ້ນໃຈໃນໂຕເອງກັນທັງໝົດ ນັກຈິດຕະວິທະຍາບອກວ່າປະສົບການທີ່ມີສາມາດເອົາຊະນະຄຳດູຖູກຖາກຖາງ ແລະ ທ່ານກໍຈະຍອມຮັບໂຕເອງຢ່າງທີ່ເປັນ, ບໍ່ວ່າຈະແມ່ນຂະໜາດໜ້າເອິກ, ເຮືອນ ແລະ ເງິນເດືອນທີ່ໄດ້, ຍິ່ງອາຍຸຫລາຍຂຶ້ນ ທ່ານກໍຜ່ານເລື່ອງໂຫດໆມາຫລາຍ ເຊັ່ນ: ວ່າງງານ, ໝູ່ຕາຍ ເຊິ່ງຄວາມສູນເສຍນັ້ນສ້າງສຽງຈາກພາຍໃນທີ່ບອກວ່າ ບໍ່ວ່າອັນໃດຈະເກີດຂຶ້ນ ຂ້ອຍກໍຍັງຕ້ອງການມີຊີວິດຕໍ່ ອັນໃດເຮັດຮູ້ສຶກບໍ່ດີ ງ່າຍໆກໍພຽງຄິດວ່າເປັນວິກິດຂອງໄວກາງຄົນເທົ່ານັ້ນ ຖ້າທ່ານຍັງບໍ່ປະສົບຄວາມສຳເລັດໃນສິ່ງທີ່ໂຕເອງຄາດຫວັງ ທ່ານຈະເລີ່ມຄິດເຖິງໂຕເອງແລ້ວວ່າ ເຮົາແນ່ນອນຄືຄົນອື່ນແລ້ວບໍ່.

– ວິທີສ້າງຄວາມໝັ້ນໃຈ : ຜົນການສຶກສາພົບວ່າການອອກກຳລັງກາຍສ້າງຄວາມຮູ້ສຶກວ່າ : ຂ້ອຍສາມາດເຮັດໄດ້, ຝຶກຄວາມເຂັ້ມແຂງໃຫ້ກ້າມຊີ້ນໄດ້ ເຊິ່ງຈະເຫັນຜົນຈະແຈ້ງ, ຖ້າເຮັດຢ່າງຈິງຈັງ ຮຽນຮູ້ທັກສະໃໝ່ໆ ເຊັ່ນ : ເຮັດອາຫານຕ່າງຊາດ, ການມີທັກສະໃໝ່ໆຈະເຮັດໃຫ້ທ່ານຮູ້ສຶກວ່າໂຕເອງເກັ່ງ ແລະ ທີ່ຂາດບໍ່ໄດ້ກໍແມ່ນກຸ່ມໝູ່ ແລ້ວທ່ານຈະບໍ່ຮູ້ສຶກວ່າໂຕເອງໂດດດ່ຽວ.

- 4 - ວິທີສ້າງຄວາມໝັ້ນໃຈໃນການເຮັດວຽກ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!