ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ

ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ - 448184917 990113899791093 6129051215388175715 n - ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ
ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ - kitchen vibe - ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ຈາກນັ້ນ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານ ດັ່ງກ່າວ ເຊິ່ງໂດຍລວມແລ້ວແມ່ນເຫັນດີ ແລະ ຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການຂຸດຄົ້ນແຮ່ທາດ ໃນໄລຍະຜ່ານມາ ຂອງພາກສ່ວນກ່ຽວຂ້ອງ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີ ໃຫ້ລັດຖະບານ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ແກ້ໄຂຫລາຍບັນຫາສຳຄັນ ກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ ສປປ ລາວ ໂດຍສະເພາະບັນຫາທີ່ເກີດຂຶ້ນ ຈາກການຂຸດຄົ້ນແຮ່ທາດ ທີ່ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງຕ່າງໆ.

ທ່ານ ນາງ ວຽນວິໄລ ດີລະພັນ ສສຊ ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ມີຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນດ້ານແຮ່ທາດ ໂດຍສະເພາະບັນຫາທີ່ເກີດຂຶ້ນ ຈາກການຂຸດຄົ້ນ ແຮ່ທາດ ໂດຍທ່ານໄດ້ສະເໜີວ່າ: ການຂຸດຄົ້ນແຮ່ທາດ ຕ້ອງຄຳນຶງເຖິງຊີວິດການເປັນຢູ່ຂອງປະຊົນ, ໃຫ້ປະຊາຊົນມີສ່ວນຮ່ວມ, ແຕ່ບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ, ທີ່ສຳຄັນຕ້ອງໃຫ້ເປັນມິດກັບສິ່ງເວດລ້ອມ, ເປັນມິດກັບສັງຄົມ ກໍຄື ການດຳລົງຊີວິດຂອງປະຊາຊົນ. ພ້ອມນີ້, ທ່ານຍັງສະເໜີໃຫ້ລັດຖະ ບານ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນບັນດາບໍລິສັດ ທີ່ຜ່ານການປະເມີນ ແຕ່ລະປະເພດ ໃຫ້ເປັນອັນລະອຽດ, ຈະແຈ້ງ ຂຶ້ນກວ່າເກົ່າ ແລະ ໃຫ້ມີແຜນປະເມີນບັນດາບໍລິສັດ ທີ່ຍັງບໍ່ທັນໄດ້ຮັບການປະເມີນ, ພ້ອມທັງໃຫ້ປະຕິບັດກົດໝາຍຢ່າງເຂັ້ມງວດ ຕໍ່ບັນດາບໍລິສັດ ທີ່ປະເມີນໄດ້ປະເພດອ່ອນ ແລະ ອ່ອນຫລາຍ ຖ້າປະຕິບັດບໍ່ໄດ້ແທ້ໆ ແມ່ນໃຫ້ຢຸດເຊົາ ຫລື ຍົກເລີກ ແລະ ອື່ນໆ.

ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ - Visit Laos Visit SALANA BOUTIQUE HOTEL - ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ

ສສຊ ບາງເຂດເລືອກຕັ້ງ ມີຄຳເຫັນຕື່ມວ່າ: ປັດຈຸບັນ ບັນຫາການທຳລາຍສິ່ງແວດລ້ອມ ທີ່ເກີດຈາກການຂຸດຄົ້ນແຮ່ທາດ ຢູ່ທ້ອງຖິ່ນ ແມ່ນມີລັກສະນະແບບຊະຊາຍ ຖືວ່າຍັງໝັກໜ່ວງພໍສົມຄວນ ເຮັດໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນສຸຂະພາບຂອງຄົນ, ສັດ ແລະ ພື້ນຖານໂຄງລ່າງຕ່າງໆ, ພ້ອມທັງ ສະເໜີໃຫ້ລັດຖະບານ ເບິ່ງຄືນຂໍ້ຄົງຄ້າງຂອງຜູ້ລົງທຶນ ໂດຍສະເພາະການຂຸດຄົ້ນແຮ່ຊະຊາຍ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ. ໃນນັ້ນ, ສະເໜີໃຫ້ກວດກາຄືນ ນິຕິກຳການຊົດເຊີຍທີ່ມີຜົນກະທົບ ເນື່ອງຈາກຜ່ານມາ ລາຄາປະເມີນຜົນກະທົບ ຍັງມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກບໍ່ທັນມີນິຕິກຳຄົບຊຸດ ເຖິງແມ່ນວ່າມີນິຕິກຳ ແລະ ກົດໝາຍ ກໍຕາມ ແຕ່ຍັງບໍ່ທັນແກ້ໄຂບັນຫາໄດ້ເທົ່າທີ່ຄວນ. ຕໍ່ກັບກົນໄກ, ມາດຕະການໃນການຈັດຕັ້ງປະຕິບັດໂຄງການແຮ່ທາດ ລະຫວ່າງ ຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນ ຢາກໃຫ້ປະຕິບັດຢ່າງເຂັ້ມງວດ ຕາມລະບຽບກົດໝາຍ.

ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ - 4 - ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!