ຣັດເຊຍໂຕ້ມະຕິຕໍ່ເວລາສືບສວນ ການໃຊ້ອາວຸດເຄມີຢູ່ຊີຣີ
ຣັດເຊຍໃຊ້ອຳນາດໂຕ້ມະຕິຂອງອາເມລິກາ ທີ່ຕ້ອງການໃຫ້ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຂະຫຍາຍເວລາການສືບສວນການໃຊ້ອາວຸດເຄມີຢູ່ພາກເໜືອຂອງຊີຣີ ດ້ວຍເຫດຜົນ “ບໍ່ມີຫລັກຖານ”.
Statement by Amb @NikkiHaley on Russia’s Veto of the Renewal of the Joint Investigative Mechanism on Chemical Weapons. #Syria pic.twitter.com/AzML71GBFF
— U.S. Embassy Syria (@USEmbassySyria) October 24, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 24 ຕຸລາວ່າ: ຣັດເຊຍໃຊ້ສິດໂຕ້ໃນຖານະສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ປະຕິເສດຮ່າງມະຕິທີ່ອາເມລິກາສະເໜີເຂົ້າສູ່ການພິຈາລະນາຂອງກອງປະຊຸມ ໃນວັນທີ 24 ຕຸລາ ເພື່ອໃຫ້ມີການຂະຫຍາຍໄລຍະເວລາອີກ 1 ປີ ເພື່ອສືບສວນເຫດການໂຈມຕີດ້ວຍແກັສຊາຣິນ ຢູ່ເມືອງຂ່ານ ເຊຄຸນ ທາງຕອນເໜືອຂອງຊີຣີ ໃນເດືອນເມສາປີນີ້ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດ “ປະມານ 100 ຄົນ”.


ທັງນີ້ ຖືເປັນຄັ້ງທີ 9 ແລ້ວທີ່ຣັດເຊຍໃຊ້ອຳນາດໂຕ້ມະຕິກ່ຽວກັບຊີຣີ ນັບແຕ່ສົງຄາມກາງເມືອງເກີດຂຶ້ນໃນເດືອນມີນາ 2011, ສ່ວນທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດອາເມລິກາປະຈຳສະຫະປະຊາຊາດ (UN) ກ່າວຕຳໜິຣັດເຊຍວ່າບໍ່ໃຫ້ຄວາມສຳຄັນຕໍ່ຄວາມພະຍາຍາມຂອງປະຊາຄົມໂລກ ໃນການກວາດລ້າງອາວຸດເຄມີໃຫ້ໝົດໄປ.


ຂະນະທີ່ທ່ານ ວາສຊິລີ ເນເບນເຊຍ ເອກອັກຄະລັດຖະທູດຣັດເຊຍປະຈຳ UN ກ່າວວ່າ: ຕະຫລອດໄລຍະເວລາຜ່ານມາ, UN ແລະ ອົງການເພື່ອການຫ້າມໃຊ້ອາວຸດເຄມີ (OPCW) ສືບສວນເຫດການຢູ່ເມືອງຂ່ານ ເຊຄຸນ “ໂດຍປາສະຈາກຫລັກຖານ”, ແຕ່ກ່າວອີກວ່າ: ການໃຊ້ອຳນາດໂຕ້ໃນຄັ້ງນີ້ ບໍ່ໄດ້ໝາຍຄວາມວ່າ: ການສືບສວນຈະຕ້ອງຢຸດຕິ.