ລາວ​ຈະສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດບໍ່​​ໃຫ້​ຫລຸດ 5 ລ້ານ​ເທື່ອ​ຄົນ​​ໃນ​ປີ​ທ່ອງ​ທ່ຽວ

- borsengkham - ລາວ​ຈະສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດບໍ່​​ໃຫ້​ຫລຸດ 5 ລ້ານ​ເທື່ອ​ຄົນ​​ໃນ​ປີ​ທ່ອງ​ທ່ຽວ
- kitchen vibe - ລາວ​ຈະສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດບໍ່​​ໃຫ້​ຫລຸດ 5 ລ້ານ​ເທື່ອ​ຄົນ​​ໃນ​ປີ​ທ່ອງ​ທ່ຽວ

​ເຊົ້າ​ວັນ​ທີ 24 ຕຸລາ​ນີ້, ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ​ໄດ້ລາຍ​ງານຕໍ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII, ທີ່​ນະຄອນຫລວງ​ວຽງ​ຈັນວ່າ: ເພື່ອ​ເຮັດ​ໃຫ້​ການຈັດ​ງານ​ປີ​ທ່ອງ​ທ່ຽວ​ລາວ 2018 ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ ​ແລະ ມີ​ຄວາມ​ໝາຍຄວາມ​ສຳຄັນ, ​ໂດຍ​ສຸມ​ໃສ່​ການ​ປະຕິບັດ​ນະ​ໂຍບາຍ​ການ​ສົ່ງ​ເສີມ​ການທ່ອງທ່ຽວທໍາມະ​ຊາດ, ວັດທະນະ​ທໍາ ​ແລະ ປະຫວັດສາດ​ຂອງ​ລັດຖະບານ​ໃຫ້​ໄປ​ຄ່ຽງຄູ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດ​ທະ​ນາ​ປະຈຳ​ປີ​ໃຫ້​ສຳ​ເລັດ​ຕາມ​ຄາດໝາຍ​, ສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດບໍ່​ໃຫ້​ຫລຸດ 5 ລ້ານ​ເທື່ອ​ຄົນ ​ແລະ ສ້າງ​ລາຍ​ຮັບ​ປະມານ 900 ລ້ານ​ໂດ​ລາ​ສະຫະລັດ.

​          ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ​ສໍາລັບ​ວຽກ​ງານ​ໂຄສະນາ ​ແລະ ການຈັດຕັ້ງປະຕິບັດ​ໂຄງການ​ປີ​ທ່ອງ​ທ່ຽວ 2018, ​ໂດຍ​ການ​ສ້າງ​ຂະ​ບວນການ​ໂຄສະນາ ​ແລະ ການຈັດ​ຕັ້ງ​ບັນດາ​ກິດຈະກຳ​ຕ່າງໆ​ໃຫ້​ບັນລຸ​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້; ພ້ອມເລັ່ງດຳ​ເນີນຈັດ​ລະດັບ​ສະຖານ​ທີ່​ທ່ອງ​ທ່ຽວ​ຂອງລາວໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ​ແລະ ພັດ ທະນາ​ການທ່ອງທ່ຽວ​ສີຂຽວ ແລະ ​ເພີ່ມ​ທະວີ​ການ​ກວດກາ​ຕິ​ດຕາມ​ການ​ເຄື່ອນ​ໄຫວ​​ທຸລະ​ກິດ​ການບັນ​ເທິງທຸກ​ປະ​ເພດ, ສຶກສາ​ອົ​ບຮົມ​​ແນວ​ຄິດ, ສ້າງ​ສະຕິ​ຕື່ນ​ຕົວ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ໃຫ້​ແກ່​ຜູ້​ປະກອບ​ການ ​ເພື່ອ​​ແນ່​ໃສ່​ເຮັດ​ໃຫ້​ສິ່ງຫຍໍ້​ທໍ້​ຫລຸດ​ໜ້ອຍ​ຖອຍ​ລົງ, ພ້ອມ​ທັງ​ສືບ​ຕໍ່​ສ້າງ ​ແລະ ​ປັບປຸງ​ນິຕິ​ກຳ, ກົດໝາຍ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ໃຫ້​ ຄົ​ບຖ້ວນ​ເທື່ອ​ລະ​ກ້າວ ​ເປັນ​ຕົ້ນ​ແມ່ນ​ສ້າງ​ຂໍ້​ຕົກ​ລົງ​ວ່າ​ດ້ວຍການ​ຄຸ້ມ​ຄອງ​ຄາຣາ ວານ, ການທ່ອງທ່ຽວ​ແບບ​ພະ​ຈົນ​ໄພ, ການ​ສ້າງ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ທຸລະ​ກິດ​ນຳ​ທ່ຽວ, ການ​ຄຸ້ມ​ຄອງ​ທຸລະ​ກິດ​ບໍ​ລິ​ການ​ໂຮງ​ແຮມ ​ແລະ ​ເຮືອນ​ພັກ, ນອກ​ນີ້ ຍັງ​ຈະ​ໄດ້​ຮ່າງ​ດຳລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຫລ​ງທ່ອງ​ທ່ຽວ, ປັບປຸງ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ມາດຖານ​ຂັ້ນ​ພື້ນຖານ​ຂອງ​ເຮືອນ​ພັກ, ​ການ​ຄຸ້ມ​ຄອງ​ທຸລະ​ກິດ​ພັດທະ​ຄານ, ຮ້ານ​ອາຫານ, ສວນ​ອາຫານ ​ແລະ ຮ້ານ​ກິນ​ດື່ມ; ສຳລັບ​ວຽກ​ງານ​ການ​ພັດທະນາ​ບຸກຄະ​ລະກອນ​ແມ່ນ​ດຳ​ເນີນ​ການ​ຝຶກ​ອົບຮົມ​ໄລຍະ​ສັ້ນ​ໃຫ້​ບັນດາ​ແຂວງ​ເປົ້າ​ໝາຍ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ສືບ​ຕໍ່​ຍົກ​ລະດັບ​ຄຸນ​ນະພາ​ບການ​ບໍລິການ​ໃນ​ຂະ​ແໜງ​ການທ່ອງທ່ຽວ​ພາຍ​ໃນ​,​ໂດຍ​ໄດ້​ສືບ​ຕໍ່​ການ​ຝຶກ​ອົບຮົມ, ການ​ປັບປຸງ ​ແລະ ພັດທະນາ​ຫລັກສູດ​ຝຶກ​ອົ​ບຮົມເຊັ່ນ: ປັບປຸງ​ຫລັກສູ​ດການ​ຝຶກ​ອົບຮົມ​ທີ່​ມີຢູ່​ແລ້ວ​ໃຫ້​ສອດຄ່ອງ​ກັບ​ມາດຕະຖານ​ອາ​ຊຽນ, ສືບ​ຕໍ່​ປັບປຸງ ​ແລະ ຂໍ​ອະນຸມັດ​ຫລັກສູດຝຶກ​ອົບຮົມ​ພະນັກ ງານ​ນຳ​ທ່ຽວ​ລະດັບ​ຊາດ ​ແລະ ຂັ້ນ​ແຂວງ​, ປັບປຸງ​ຫລັກ​ສູດ​ຝຶກ​ອົບຮົມ​ຄູ​ຝຶກ​ໃນ​ຂະ​​ແໜງ​ທ່ອງ​ທ່ຽວ, ຄົ້ນ​ຄ້ວາ ​ແລະ ສ້າງຫລັກສູດ​ຝຶກ​ອົບຮົມ​ໄລຍະ​ສັ້ນການ​ບໍລິການ​ຂົນ​ສົ່ງ​ທ່ອງ​ທ່ຽວ, ພ້ອມ​ທັງ​ຄົ້ນ​ຄ້ວາ ​ແລະ ສ້າງ​ຫລັກສູດ​ຝຶກ​ອົບຮົມ​ໄລຍະ​ສັ້ນ​ຄວາມ​ປອດ​ໄພ​ໃນ​ຂະ​​ແໜງ​ການທ່ອງທ່ຽວ.

- Visit Laos Visit SALANA BOUTIQUE HOTEL - ລາວ​ຈະສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດບໍ່​​ໃຫ້​ຫລຸດ 5 ລ້ານ​ເທື່ອ​ຄົນ​​ໃນ​ປີ​ທ່ອງ​ທ່ຽວ

ສຳລັບ​ງົບປະມານ ​ແລະ ການ​ລົງທຶນ​ໃນ​ຂະ​ແໜງ​ການທ່ອງທ່ຽວ ​ແມ່ນ​ໃຫ້ສືບ​ຕໍ່​ຈັດ​ຕັ້ງປະຕິບັດ​ດຳລັດ​ວ່າ​ດ້ວຍກອງ​ທຶນການທ່ອງທ່ຽວ​ ​​ເພື່ອ​ຂຸດ​ຄົ້ນ​ແຫລ່ງລາຍ​ຮັບ​ໃຫ້​ງົບປະມານ​ການ​ເຄື່ອນ​ໄຫວວຽກ​ງານ​ທ່ອງ​ທ່ຽວ​, ສໍາລັບ​ວຽກ​ງານ​ການ​ປະສານ​ງານ​ຮ່ວມ​ມື​ກັບ​ພາກສ່ວນ​ກ່ຽວຂ້ອງ​ພາຍ​ໃນ ​ແລະ ຕ່າງປະ​ເທດແມ່ນ​ໃຫ້​ສືບ​ຕໍ່​ປະສານ​ງານ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຕາມ​ພາລະ​ບົດບາດ ​ແລະ ມີ​ຈຸດ​ສຸມ, ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ກີດ​ຂວາງ​ຕ່າງ​ໆ ​ໃນ​ການ​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງ​ທ່ຽວ​ໃຫ້​ຫລຸດ​ລົງ​ເຊັ່ນ: ຂະ​ແໜງ​ຄົມມະນາ ຄົມ ​ແລະ ຂົນ​ສົ່ງ, ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ອຸດສາຫະກຳ ​ແລະ ການ​ຄ້າ, ​ການ​ຕ່າງປະ​ເທດ​ເປັນ​ຕົ້ນ. ພ້ອມ​ນີ້​ໃຫ້​ປະສານ​ກັບ​ອຳນາດ​ການ​ປົກຄອງ​ຂັ້ນ​ສູນ​ກາງ, ທ້ອງ​ຖິ່ນ ​ແລະ ການຈັດ​ຕັ້ງ​ທາງ​ສັງຄົມ ​ເຜີຍ​ແຜ່​ກ່ຽວ​ກັບ​ນິຕິກໍາຂອງ​ຂະ​ແໜງ​ການທ່ອງທ່ຽວ, ​ແຜນ​ພັດທະນາ​ໃນ​ແຕ່ລະ​ໄລຍະ, ​ໂດຍ​ສະ​ເພາະ​ແມ່ນ​ການ​ໂຄສະນາ​ກິດຈະກຳ​ຕ່າງໆ​ໃນ​ປີ​ທ່ອງ​ທ່ຽວ​ລາວ ​ໃຫ້​ທົ່ວ​ເຖິງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.​

- 5 - ລາວ​ຈະສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດບໍ່​​ໃຫ້​ຫລຸດ 5 ລ້ານ​ເທື່ອ​ຄົນ​​ໃນ​ປີ​ທ່ອງ​ທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!