ພັກຝ່າຍຊ້າຍໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີເອກົວດໍ

- kitchen vibe - ພັກຝ່າຍຊ້າຍໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີເອກົວດໍ

- 38259030 303 300x169 - ພັກຝ່າຍຊ້າຍໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີເອກົວດໍ
     ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກີໂຕ ປະເທດເອກົວດໍ ໃນວັນທີ 2 ເມສານີ້ວ່າ: ການ ເລືອກຕັ້ງປະທານາທິບໍດີຮອບສອງຂອງເອກົວດໍມີຂຶ້ນໃນວັນທີ 2 ເມສາ ເຊິ່ງເປັນການຊີງໄຊລະຫວ່າງຜູ້ສະໝັກ 2 ທ່ານທີ່ໄດ້ຮັບຄະແນນສຽງສູງສຸດໃນການເລືອກຕັ້ງຮອບທຳອິດທີ່ມີຂຶ້ນໃນເດືອນກຸມພາຜ່ານມາ ຄືທ່ານ ເລນິນ ໂມເຣໂນ ຕົວແທນຜູ້ສະໝັກຈາກພັກຝ່າຍຊ້າຍ ເຊິ່ງເປັນອະດີດຮອງປະທານາທິບໍດີ ແລະ ທ່ານ ກິໂຢໂມ ລາສໂຊ ອະດີດນັກການທະນາຄານ ເຊິ່ງເປັນຕົວແທນຜູ້ສະໝັກຈາກພັກຝ່າຍຂວາ ຫລື ຝ່າຍຄ້ານໃນປັດຈຸບັນ.

ຂະນະທີ່ຄະນະກຳມະການການເລືອກຕັ້ງລາຍງານຜົນການນັບຄະແນນບໍ່ເປັນທາງການວ່າ: ພາຍຫລັງຜ່ານ ໄປແລ້ວ 95% ທ່ານ ໂມເຣໂນ ອາຍຸ 64 ປີ ມີຄະແນນສຽງສະໜັບສະໜູນ 51,07% ນໍາທ່ານ ລາສໂຊ ອາຍຸ 61 ປີ ເລັກໜ້ອຍ ເຊິ່ງໄດ້ຮັບຄະແນນສຽງສະໜັບສະໜູນ 48,93%. ທັງນີ້ ຄະນະກຳມະການການເລືອກຕັ້ງຍັງບໍ່ປະ ກາດຊື່ຜູ້ຊະນະຢ່າງເປັນທາງການ, ແຕ່ຮຽກຮ້ອງໃຫ້ຜູ້ສະໝັກທັງສອງຄົນຍອມຮັບຜົນການເລືອກຕັ້ງແບບບໍ່ມີ ເງື່ອນໄຂ.

- Visit Laos Visit SALANA BOUTIQUE HOTEL - ພັກຝ່າຍຊ້າຍໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີເອກົວດໍ

ສ່ວນທ່ານ ໂມເຣໂນ ປະກາດໄຊຊະນະທ່າມກາງກຸ່ມຜູ້ສະໜັບສະໜູນ ພ້ອມທັງໃຫ້ຄຳໝັ້ນໃນການປະຕິຮູບ ລະບົບປະກັນສັງຄົມສຳລັບຜູ້ຍິງທີ່ຢູ່ໃນສະຖານະຂອງການເປັນ “ແມ່ລ້ຽງດຽວ”, ຜູ້ອາຍຸສູງ ແລະ ຜູ້ພິການ ໂດຍ ທ່ານ ໂມເຣໂນ ເຄີຍດຳລົງຕຳແໜ່ງທູດພິເສດດ້ານການຊ່ວຍເຫລືອຜູ້ພິການແຫ່ງສະຫະປະຊາຊາດ (ສປຊ) ມາ ກ່ອນ.

ເຖິງຢ່າງໃດກໍຕາມ, ທ່ານ ລາສໂຊ ປະກາດຍັງບໍ່ຍອມຮັບຜົນການເລືອກຕັ້ງ ແລະ ປະກາດຍື່ນຄຳຮ້ອງໃຫ້ມີ ການນັບຄະແນນໃໝ່ໃນ 24 ແຂວງ ທ່າມກາງການປະທ້ວງທີ່ເລີ່ມເກີດຂຶ້ນຢູ່ນະຄອນຫລວງກີໂຕ ໂດຍທ່ານ ລາສ ໂຕ ຕັ້ງຄຳຖາມອີກວ່າ: ເພາະເຫດໃດຜົນການເລືອກຕັ້ງໃນຮອບຊີງຈຶ່ງສາມາດປະກາດໄດ້ຢ່າງວ່ອງໄວ ເມື່ອທຽບ ໃສ່ຜົນການເລືອກຕັ້ງຮອບທຳອິດ ເຊິ່ງໃຊ້ເວລາເຖິງ 72 ຊົ່ວໂມງກວ່າຈະມີການປະກາດຜົນ, ແຕ່ທ່ານ ໂມເຣໂນ ຊະນະທ່ານ ລາສໂຊ ໃນການເລືອກຕັ້ງຮອບທຳອິດສູງເຖິງ 10%.

- 4 - ພັກຝ່າຍຊ້າຍໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີເອກົວດໍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!